ຮອບຕັດສິນເວທີ Miss Universe 2020 ເຖິງບໍ່ໄດ້ມຸງ ແຕ່ຍັງໄດ້ໃຈແຟນນາງາມແບບເຕັມໆ

931

ເຊຍຈົນວິນາທີສຸດທ້າຍ ສໍາລັບການປະກວດໃນເວທີ Miss Universe 2020 ທີ່ຟໍລິດ້າ ສະຫະລັດອາເມຣິກາ ແລະ ຕົວແທນຂອງສາວງາມຈາກປະເທດລາວສູ່ເວທີສາກົນກໍຄື ຄຣິດຕິນ່າ ລາສະສິມມາ ອາຍຸ 27ປີ ສູງ 172 cm ລູກເຄິ່ງ ລາວ-ເບຣາຣຸສ ເຈົ້າຂອງມຸງກຸດ Miss Universe Laos 2020 ເຊິ່ງເປັນມຸງກຸດທີ 4 ຂອງເວທີດັ່ງກ່າວ ແລະ ຍັງເປັນຜູ້ຄອງຕໍາແໜ່ງນາງສາວລາວ 2012 ອີກດ້ວຍ. ໃນປີນີ້ວົງການນາງງາມລາວມີຄວາມຄຶກຄື້ນຫຼາຍ ທີ່ຄຣິດຕິນ່າ ໄດ້ເປັນຕົວແທນຂອງລາວໄປະກວດ ເພາະຄຣິດຕິນ່າ ມີຖານແຟນຄຣັບຢ່າງໜາແໜ້ນ ມີແຟນໆເຊຍ ແລະ ໃຫ້ກໍາລັງໃຈຢ່າງລົ້ນເຫຼືອ

ไม่มีคำอธิบาย

ໃນເຊົ້າຂອງມື້ນີ້ທ 17 ພຶດສະພາ 2021 ແມ່ນຮອບຕັດສິນ ແຕ່ໜ້າເສຍດາຍທີ່ ຄຣິດຕິນ່າ ບໍ່ສາມາດຜ່ານເຂົ້າຮອບເລິກໆໄດ້. ແຕ່ເຖິງຢ່າງໃດກໍຕາມ ແຟນນາງງາມທຸກຄົນກໍຍັງເປັນກໍາລັງໃຈໃຫ້ນ້ອງ ເພາະນ້ອງເຮັດດີທີ່ສຸດແລ້ວ ດັ່ງທີ່ ຄຣິດຕິນ່າ ເຄີຍເວົ້າວ່າ “ສູ້ຈົນວິນາທີສຸດທ້າຍ” ແລະ ນ້ອງກໍໄດ້ພິສູດໃຫ້ເຫັນແລ້ວວ່ານ້ອງສູ້ ແລະ ເຮັດເຕັມທີ່ເຊິ່ງແຟນໆທີ່ເຊຍກໍເຊຍຈົນວິນາທີ່ສຸດທ້າຍເຊັ່ນດຽວກັນ

ไม่มีคำอธิบาย

ไม่มีคำอธิบาย

ສໍາລັບ ຄຣິດຕິນ່າ ລາສະສິມມາ ແມ່ນເປັນທີ່ປະທັບໃຈແຟນໆຈາກການເປີດຕົວຊຸດປະຈໍາຊາດທີ່ງົດງາມ ແລະ ເປັນທີ່ຖືກໃຈຈາກແຟນໆເພາະເປັນການອອກແບບ ແລະ ເປັນສີມືຂອງຄົນລາວ 100% ແລະ ຊຸດປະຈໍາຊາດກໍມີຄວາມເປັນມາບໍ່ທໍາມະດາ “ອະລິຍະທໍາລ້ານຊ້າງ” ສູ່ເວທີສາກົນ ຈຸດປະສົງ ແລະ ຄວາມເປັນມາ ຂອງຊຸດປະຈຳຊາດໃນປີນີ້ ແມ່ນຢາກສົ່ງເສີມ ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ລວມໄປເຖິງການທ່ອງທ່ຽວ ແລະ ຍົກລະດັບແນວຄວາມຄິດ ສືມືປະດິດຄິດແຕ່ງຂອງຄົນລາວ ໃນການອອກແບບຊຸດປະຈຳຊາດ ເນື່ອງຈາກວ່າການປະກວດ Miss Universe ຈັດຂຶ້ນໃກ້ຄຽງກັບ ບຸນປີໃໝ່ລາວ ທີ່ມີຄວາມໝາຍຄວາມສໍາຄັນ ໜຶ່ງຂະບວນການທີ່ສຳຄັນ ແລະ ໂດດເດັ່ນ ນັ້ນກໍ່ຄື ຂະບວນການແຫ່ນາງສັງຂານ ທີ່ເປັນອີກຮີດຄອງປະເພນີ ອັນດີງາມ ແລະ ສຳຄັນຂອງຄົນລາວ ທີ່ມີການສືບຕໍ່ກັນມາຍາວນານ ເຊິ່ງການນຸ່ງຖືຂອງນາງສັງຂານ ແມ່ນສະທ້ອນໃຫ້ເຫັນການຮັກສາຮີດຄອງປະເພນີ ໃນການນຸ່ງຖືຂອງສາວລາວ ທີ່ມີຄວາມສວຍງາມ ແລະ ເປັນເອກະລັກຊາດລາວ

ไม่มีคำอธิบาย

ไม่มีคำอธิบาย

ສະນັ້ນ, ເພື່ອຢາກໃຫ້ຊາວລາວ ແລະ ຊາວຕ່າງຊາດທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນວ່າຄົນລາວຍັງຮັກ ສາວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດຄຽງຄູ່ກັບການຮັກສາມາດຕະການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໄດ້ດີ ຊຸດປະຈຳຊາດທີ່ຖືກຄັດເລືອກໃນປີນີ້ຈຶ່ງແມ່ນ ຊຸດນາງສັງຂານ ທີ່ເປັນຕົວແທນຂອງທິດາທັງ 7 ຂອງ ພະຍາກະບິນລະພົມ ເຊິ່ງເປັນເຈົ້າແຫ່ງພົມທີ່ມີລິດເດດເກັ່ງກ້າ ມາພ້ອມກັບຜ້າອັດປາກ ທີ່ຊ່ວຍປ້ອງກັນພະຍາດໂຄວິດໃນເບື້ອງຕົ້ນ ແລະ ຖືພະສຽນຂອງພະຍາກະບິນລະພົມ ສ່ວນຄັນຫົ່ມແມ່ນ ປະດິດຄິດສ້າງມາຈາກຄັນຫົ່ມຂອງນາງສັງຂານທີ່ໃຊ້ໃນຕອນແຫ່ວໍ ເຊິ່ງໄດ້ລວບລວມເອົາອະລິຍະທຳ ແຫລ່ງທ່ອງທ່ຽວທີ່ງົດງາມຂອງເມືອງມໍລະດົກໂລກ ແລະ ສະຖາປັດຕິຍະກຳ ທີ່ສຳຄັນຂອງປະເທດໃນແຕ່ລະແຂວງ ເຊິ່ງລວມມີພະທາດຫລວງ ທີ່ເປັນມິ່ງ ຂວັນຂອງຄົນລາວ, ປະສາດຫີນວັດພູຈຳປາສັກ ແຂວງຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ທີ່ໄດ້ຖືກຮອງຮັບໃຫ້ເປັນມໍລະດົກໂລກ ພ້ອມດ້ວຍສະຖາປັດຕິຍະກຳ ແລະ ບຸນປະເພນີຕ່າງໆ ໄວ້ເທິງຄັນຫົ່ມ ເພື່ອສົ່ງເສີມການທ່ອງ ທ່ຽວລາວທ່ຽວລາວ ແລະ ເພື່ອເປີດກວ້າງໃຫ້ນັກທ່ອງທ່ຽວໄດ້ເຂົ້າມາທ່ອງທ່ຽວປະເທດລາວ

ไม่มีคำอธิบาย

ທີມຂ່າວບັນເທີງກໍຂໍສົ່ງກໍາລັງໃຈໃຫ້ ຄຣິດຕິນ່າ ລາສະສິມມາ Miss Universe Laos 2020 ເຮັດດີທີ່ສຸດແລ້ວ ນໍາຄວາມເປັນລາວສູ່ເວທີສາກົນ ເຖິງຜົນຈະອອກມາແບບໃດ ແຕ່ນ້ອງກໍແມ່ນຕົວແທນຂອງລາວ ທີ່ແຟນນາງງາມທຸກຄົນພາກພູມໃຈ ແລະ ເປັນກໍາລັງໃຈໃຫ້ສະເໝີ