ແຂວງຫຼວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ອີກ 6 ຄົນ

424

ວັນທີ 14 ພຶດສະພາ 2021 ນີ້ ທ່ານ ດຣ ວິລະສັກ ບານຸວົງ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກສາທາລະນະສຸກແຂວງຫຼວງພະບາງ ແລະ ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍແຂວງ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ແຂວງຫຼວງພະບາງ ຖະແຫຼງຂ່າວປະຈໍໍາວັນກ່ຽວກັບການເຝົ້າລະວັງ COVID-19 ຢູ່ແຂວງຫຼວງພະບາງ.

ທ່ານ ດຣ ວິລະສັກ ບານຸວົງ ໄດ້ກ່າວວ່າ: ປະຈຸບັນແຂວງຫຼວງພະບາງ ມີສູນຈໍາກັດບໍລິເວນ ແຮງງານ ແລະບຸກຄົນສຳພັດ-ໃກ້ສິດກັບຜູ້ຕິດເຊື້ອ ຈຳນວນ 17 ສູນ ໃນ 11 ເມືອງ ແລະນະຄອນ ຫຼວງພະບາງ, ພ້ອມທັງສືບຕໍ່ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ຈຳນວນ 30 ຈຸດ ເພື່ອໃຫ້ບໍ່ໃຫ້ມີການລັກລອບເຂົ້າເມືອງ ຂອງບຸກຄົນທົ່ວໄປ ໂດຍບໍ່ໄດ້ຮັບອະນຸຍາດ.

ມາຮອດ ວັນທີ 14 ພຶດສະພາ 2021 ມີຜູູ້ເຂົ້າຈໍາກັກບໍລິເວນທັງໝົດ 137 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19 ທັງໝົດ 26 ຕົວຢ່າງ ຜົນກວດທັງໝົດ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ ລວມເປັນເວລາ 15 ວັນຕິດຕໍ່ກັນທີ່ບໍ່ມີຜູ້ຕິດເຊື້ອໃໝ່, ຈຳນວນຜູ້ຕິດເຊື້ອສະສົມມີທັງໝົດ 13 ຄົນ(ຍິງ 9 ຄົນ).

ທ່ານ ດຣ ທອງພຸດ ສຸກກະເສີມ ໄດ້ໃຫ້ຮູ້ວ່າ: ການປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ແຂວງຫຼວງພະບາງ ຈຳນວນ 13 ຄົນ ທີມແພດ ໄດ້ສຸມໃສ່ປີ່ນປົວຕາມອາການ ທັງໄດ້ເກັບຕົວຢ່າງມາກວດຄືນຈຳນວນ 2 ຮອບ ຜົນກວດແມ່ນບໍ່ພົບເຊື້ອ ແລະ ຈະອະນຸຍາດໃຫ້ອອກໂຮງໝໍ ຈຳນວນ 6 ຄົນ ເພື່ອໄປຕິດຕາມອາການຕົວເອງຢູ່ເຮືອນອີກ 14 ວັນ ແລະຈະມີການກວດຫາເຊື້ອຄືນອີກ ຫາກບໍ່ພົບເຊື້ອໂຄວິດ 19 ຈຶ່ງຈະອະນຸຍາດໃຫ້ໃຊ້ຊີວິດຕາມປົກກະຕິ.

ມາໃນຕອນບ່າຍວັນທີ 15 ພຶດສະພາ 2021 ຜູ້ຕິດເຊື້ອພະຍາດໂຄວິດ 19 ໄດ້ຮັບການອະນຸຍາດໃຫ້ກັບບ້ານ ຈຳນວນ 6 ຄົນ  ( ຍິງ 3 ຄົນ) ພາຍຫລັງໄດ້ຮັບການປີ່ນປົວດີ ໃນນັ້ນ ຢູ່ເມືອງຊຽງເງິນມີ 2 ຄົນເປັນ ເພດຊາຍທັງໝົດ ຢູ່ບ້ານປາກແວດ ແລະນະຄອນ ຫລວງພະບາງ ມີ 4 ຄົນ ຊາຍ 1 ຄົນ ໃນນັ້ນ ມີ ເພດຍິງ ຢູ່ບ້ານນາສ້າງເຫວີຍ 1 ຄົນ, ເພດຊາຍ ຢູ່ບ້ານໝື່ນນາ 1 ຄົນ, ເພດຍີງ ຢູ່ບ້ານເມືອງງາ 1 ຄົນ ແລະເພດຍີງ ຢູ່ບ້ານນາວຽງຄຳ 1 ຄົນ.