ຮູ້ຈັກທີ່ໄປທີ່ມາຂອງຊຸດປະຈໍາຊາດທີ່ ຄຣິດຕິນ່າ Miss Universe Laos 2020 ສວມໃສ່ໃນຮອບ National Costume  

1328

ງົດງາມຫຼາຍໃນຮອບຊຸດປະຈໍາຊາດ ເທິງເວທີ Miss Universe  2020 ເຊິ່ງຈັດຂຶ້ນໃນຕອນເຊົ້າຂອງມື້ນີ້ ທີ່ສວມໃສ່ໂດຍ ຄຣິດຕິນ່າ ລາສະສິມມາ Miss Universe Laos 2020  ເຊິ່ງເປັນທີ່ຖືກໃຈສໍາລັບແຟນໆນາງາມທັງຫລາຍ ເພາະເປັນການອອກແບບ ໂດຍໃຊ້ແນວຄວາມຄິດຂອງຄົນລາວ ແລະ ສີມືການອອກແບບຂອງຄົນລາວ 100% ແລະ ເປັນຄວາມພາກພູມໃຈຂອງຄົນລາວທີ່ນໍາ ຊຸດ “ອະລິຍະທໍາລ້ານຊ້າງ” ສູ່ເວທີສາກົນ

ຈຸດປະສົງ ແລະ ປະຫວັດຄວາມເປັນມາ ຂອງຊຸດປະຈຳຊາດໃນປີນີ້ ແມ່ນຢາກສົ່ງເສີມ ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດລາວ ລວມໄປເຖິງການທ່ອງທ່ຽວ ແລະ ຍົກລະດັບແນວຄວາມຄິດ ສືມືປະດິດຄິດແຕ່ງຂອງຄົນລາວ ໃນການອອກແບບຊຸດປະຈຳຊາດ ແລະ ໂດຍການຊີ້ນຳຂອງ ປະທານກອງປະກວດ ທ່ານ ໂພລິສິດ ບຸບຜາປະເສີດ ຫຼື ແອລອນ ແລະ ຈາກການຕົກລົງເຫັນດີຈຶ່ງໄດ້ເລືອກເອົາຊຸດ ຂອງນາງສັງຂານ ຫລວງພະບາງ ເພື່ອໄປເອກອ້າງ ໃຫ້ຊາວໂລກໄດ້ເຫັນ ເນື່ອງຈາກວ່າການປະກວດ Miss Universe ທີ່ຟໍລິດ້າ (Florida , USA ) ແມ່ນຈັດຂຶ້ນໃກ້ຄຽງກັບ ບຸນປີໃໝ່ລາວ ທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບຄົນລາວບໍ່ໜ້ອຍ ຈະມີການແຫ່ວໍ ທີ່ຍິ່ງໃຫຍ່ ເຊິ່ງໃນຂະບວນການແຫ່ວໍນັ້ນ ຈະປະກອບມີ ໜຶ່ງຂະບວນການທີ່ສຳຄັນ ແລະ ໂດດເດັ່ນ ນັ້ນກໍຄື ຂະບວນການແຫ່ນາງສັງຂານ ທີ່ເປັນອີກຮີດຄອງປະເພນີ ອັນດີງາມ ແລະ ສຳຄັນຂອງຄົນລາວ ທີ່ມີການສືບຕໍ່ກັນມາຍາວນານ ເຊິ່ງການນຸ່ງຖືຂອງນາງສັງຂານ ແມ່ນສະທ້ອນໃຫ້ເຫັນການຮັກສາຮີດຄອງປະເພນີ ໃນການນຸ່ງຖືຂອງສາວລາວ ທີ່ມີຄວາມສວຍງາມ ແລະ ເປັນເອກະລັກຊາດລາວ

ພ້ອມນັ້ນ ເວທີນາງສັງຂານ ຍັງແມ່ນເວທີການປະກວດເພື່ອຄົ້ນຫາສາວງາມ ທີ່ມີຄວາມງາມ ແລະ ຄວາມສາມາດ ທີ່ຈະເປັນຕົວແທນຂອງນາງສັງຂານແຕ່ລະປີ ທີ່ຖືກຈັດຕັ້ງຂຶ້ນ ແຕ່ປີ ຄສ 1971 ແຕ່ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງບໍ່ໄດ້ຈັດພິທີແຮ່ນາງສັງຂານມາເປັນເວລາ 2 ປີ ສະນັ້ນ, ເພື່ອຢາກໃຫ້ຊາວລາວ ແລະ ຊາວຕ່າງຊາດທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນວ່າຄົນລາວຍັງຮັກສາວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງຊາດຄຽງຄູ່ ກັບການຮັກສາມາດຕະການສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໄດ້ດີ ຊຸດປະຈຳຊາດທີ່ຖືກຄັດເລືອກໃນປີນີ້ຈຶ່ງແມ່ນ ຊຸດນາງສັງຂານ ທີ່ເປັນຕົວແທນຂອງທິດາທັງ 7 ຂອງ ພະຍາກະບິນລະພົມ ເຊິ່ງເປັນເຈົ້າແຫ່ງພົມທີ່ມີລິດເດດເກັ່ງກ້າກວ່າມະນຸດທັງປວງ ມາພ້ອມກັບຜ້າອັດປາກ ທີ່ຊ່ວຍປ້ອງກັນພະຍາດໂຄວິດໃນເບື້ອງຕົ້ນ ແລະ ຖືພະສຽນຂອງພະຍາກະບິນລະພົມ Miss Universe Laos 2020 ໃນປີນີ້ບໍ່ໄດ້ເປັນພຽງແຕ່ຕົວແທນນາງສາວລາວ ເພື່ອໄປຮ່ວມປະກວດໃນເວທີລະດັບໂລກເທົ່ານັ້ນ ແຕ່ຍັງໄດ້ຮັບກຽດໃຫ້ເປັນຕົວແທນນາງສັງຂານຂອງ 2 ປີທີ່ຜ່ານມາ ສະນັ້ນ, ນາງສັງຂານຈຶ່ງບໍ່ໄດ້ຖືອາວຸດປະຈຳກາຍ ແລະ ຂີ່ສັດນຳໂຊກປະຈຳວັນ ແຕ່ຈະຖືພະສຽນ(ຫົວ) ຂອງພະຍາກະບິນລະພົມແທນ Miss Universe Laos 2020 ຈະເປັນຕົວແທນ ນາງສັງຂານ ເພື່ອອັນເຊີນເອົາພະສຽນ (ຫົວ) ພະຍາກະບິນລະພົມມາຫົດສົງ ແລະ ຂໍພອນເພື່ອທີ່ຈະອວຍພອນໃຫ້ປະຊາຊົນລາວ ກໍຄືປະຊາຊົນໃນທົ່ວໂລກໃຫ້ຢູ່ເຢັນເປັນສຸກປາສະຈາກໂລກໄພໄຂ້ເຈັບທັງປວງ ພ້ອມທັງຂໍໃຫ້ພະຍາດໂຄວິດ 19 ຫາຍສິ້ນໄປຈາກໂລກນີ້

ສ່ວນຄັນຫົ່ມແມ່ນ ປະດິດຄິດສ້າງມາຈາກຄັນຫົ່ມຂອງນາງສັງຂານທີ່ໃຊ້ໃນຕອນແຫ່ວໍ ເຊິ່ງໄດ້ລວບລວມເອົາອະລິຍະທຳ ແຫລ່ງທ່ອງທ່ຽວທີ່ງົດງາມຂອງເມືອງມໍລະດົກໂລກ ແລະ ສະຖາປັດຕິຍະກຳ ທີ່ສຳຄັນຂອງປະເທດໃນແຕ່ລະແຂວງ ເຊິ່ງລວມມີພະທາດຫລວງ ທີ່ເປັນມິ່ງຂວັນຂອງຄົນລາວ, ປະສາດຫີນວັດພູຈຳປາສັກ ແຂວງຈຳປາສັກ ແລະ ທົ່ງໄຫຫີນ ແຂວງຊຽງຂວາງ ທີ່ໄດ້ຖືກຮອງຮັບໃຫ້ເປັນມໍລະດົກໂລກ ພ້ອມດ້ວຍສະຖາປັດຕິຍະກຳ ແລະ ບຸນປະເພນີຕ່າງໆ ໄວ້ເທິງຄັນຮົ່ມ ເພື່ອສົ່ງເສີມການທ່ອງທ່ຽວ “ລາວທ່ຽວລາວ” ແລະ ເພື່ອເປີດກວ້າງໃຫ້ນັກທ່ອງທ່ຽວໄດ້ເຂົ້າມາທ່ອງທ່ຽວປະເທດລາວຫຼັງສະພາບກັບສູ່ປົກກະຕິ.