ການງານກິດຈະກຳຂະໜາດໃຫຍ່ໃນອິນເດຍ ເຮັດໃຫ້ມີຜູ້ຕິດໂຄວິດຢ່າງວ່ອງໄວ

1055

ປະເທດອິນເດຍ ມີຜູ້ເສຍຊີວິດຈາກໂຄວິດ-19 ຢູ່ລະດັບ 4.000 ຄົນ ຂະນະທີ່ ອົງການອະນາໄມໂລກໄດ້ວິພາກວິຈານ ວ່າ ການຈັດກິດຈະກຳທາງການເມືອງ ແລະ ສາສະໜາທີ່ມີການເຕົ້າໂຮມກັນຈຳນວນຫຼາຍເປັນໜຶ່ງໃນປັດໄຈທີ່ເຮັດໃຫ້ອັດຕາການຕິດເຊື້ອ ແລະ ເສຍຊີວິດໃນອິນເດຍເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພະຫັດ ທີ 13 ພຶດສະພາ ວ່າ ກະຊວງສາທາລະນະສຸກອິນເດຍ ລາຍງານ ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມ 362.727 ຄົນ ໃນຮອບ 24 ຊົ່ວໂມງຜ່ານມາ. ເຮັດໃຫ້ປັດຈຸບັນ ອິນເດຍມີຜູ້ຕິດເຊື້ອສະສົມຢ່າງໜ້ອຍ 23.703.665 ຄົນ ປິ່ນປົວເຊົາດີ ຢ່າງໜ້ອຍ 19.734.823 ຄົນ ແລະ ຍັງເຫຼືອຜູ້ປິ່ນປົວໃນລະບົບ ຢ່າງໜ້ອຍ 3.710.525 ຄົນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຢ່າງໃດກໍຕາມ, ໃນຮອບວັນດຽວກັນ ໄດ້ຢືນຢັນຜູ້ເສຍຊີວິດໃໝ່ 4.120 ຄົນ ເຮັດໃຫ້ປັດຈຸບັນ ອິນເດຍ ມີຜູ້ເສຍຊີວິດສະສົມຈາກໂຄວິດ-19. ຢ່າງໜ້ອຍ 258.317 ຄົນ.

อาจเป็นรูปภาพของ ไฟ และกลางแจ้ง

ທັງນີ້ ໃນເນື້ອໃນຕອນໜຶ່ງຂອງລາຍງານປະຈຳອາທິດຂອງອົງການອະນາໄມໂລກ (WHO) ເຜີຍແຜ່ ເມື່ອວັນພຸດ ຜ່ານມາ ກ່ຽວກັບສະພາບການການແຜ່ລະບາດຂອງໂຄວິດ-19 ວ່າ ວິກິດການແຜ່ລະບາດໃນປະເທດອິນເດຍທີ່ກຳລັງຜະເຊີນຢູ່ໃນປັດຈຸບັນ ຖືເປັນ “ອັດຕາເລັ່ງ” ແລະ “ການຟື້ນຄືນຂອງເຊື້ອ” ທີ່ມາຈາກຫຼາຍປັດໄຈ ທີ່ລວມເຖິງການຈັດກິດຈະກຳທາງການເມືອງ ແລະ ສາສະ ໜາ ເຊິ່ງມີປະຊາຊົນໄປເຕົ້າໂຮມກັນຢ່າງຫຼວງຫຼາຍ ເຮັດໃຫ້ຍາກລຳບາກແກ່ການຕິດຕາມແນວທາງການຄວບຄຸມດ້ານສາທາລະນະສຸກ.