ສາວ ຕັອດ ລີນ້າ ອີກໜຶ່ງຄົນງາມຕາມດ້ວຍນໍ້າໃຈດີ ຊ່ວຍນ້ອງໆນັກສຶກສາ 

915

ຕັອດ ລີນ່າ ດາລາລາວ ມີນໍ້າໃຈແບ່ງປັນ ໃນການຊ່ວຍເຫຼືອສັງຄົມໃນຍາມທີ່ບ້ານເມືອງພົບກັບວິກິດ ການແຜ່ລະບາດຂອງພະຍາດໂຄວິດ-19; ສາວ ຕັອດ ລີນ່າ ພ້ອມດ້ວຍທີມງານ ໄດ້ນຳເອົາອາຫານສໍາເລັດຮູບເຊັ່ນ: ປາກະປ໋ອງ, ຫມີ່, ໄຂ່ ແລະ ອື່ນໆ ນໍາໄປຊ່ວຍເຫຼືອນັກສຶກສາທີ່ກັບບ້ານບໍ່ໄດ້ ຕິດໃນຫໍພັກ ດັ່ງນັ້ນສາວ ຕັອດ ຈຶ່ງໄດ້ໄປຊ່ວຍເຫລືອ ແລະ ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ: 300 ຫໍ່ ສຳລັບ ນັກສຶກສາ ມຊ ທີ່ກັບບ້ານບໍ່ໄດ້ ຫວັງວ່າສິ່ງທີ່ຄອບຄົວເຮົາ ນ້ອງສາວ ເອື້ອຍ ອ້າຍ ແລະ ຫມູ່ ທີ່ລວມກັນ ຈະຊ່ວຍເຮັດໃຫ້ເຮົາບັນເທົາຄວາມຫຍຸ້ງຍາກຊ່ວງນີ້ ແລະ ຜ່ານວິກິດໄປນຳກັນ!

“ສຳລັບໃຜທີ່ຕ້ອງການໄປຊ່ວຍ ສາມາດຕິດຕໍ່ຫາອາຈານ ເພັດສະຫມອນໄດ້ ຂໍຂອບໃຈທີມຊ່ວຍສະຫນັບສະຫນູນຄັ້ງນີ້”

ນອກຈາກນີີ້ ຕັອດ ລີນ້າ ຍັງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຢາກຝາກເຖິງສັງຄົມ ເພາະຕັອດ ຄິດວ່າ Covid-19 ມັນຈະບໍ່ຈາງຫາຍໄປຈາກສັງຄົມເຮົາງ່າຍໆ ແຕ່ຊີວິດຂອງເຮົາກໍຍັງຕ້ອງດຳ ເນີນໄປ ເລື່ອງປາກເລື່ອງທ້ອງກໍເປັນສິ່ງສຳຄັນ ທີ່ເຮົາຕ້ອງທຳມາຫາກິນ.

ການມີສະຕິໃນການໃຊ້ຊີວິດ ເລື່ອງການພົບປະ ການສັງສັນ ຕະຫລອດຮອດ ສຸຂະອະນາໄມ ເປັນສິ່ງທີ່ເຮົາບໍ່ສາມາດລະເລີຍໄດ້; ເພາະຖ້າຫາກເຮົາໄດ້ຕິດເຊື້ອ Covid-19 ແລ້ວ ຄົນທີ່ໃກ້ຊິດເຮົາຫລາຍທີ່ສຸດ ເຊັ່ນ: ພໍ່ແມ່, ລູກຫລານ, ພໍ່ຕູ້-ແມ່ຕູ້, ອ້າຍ-ເອື້ອຍ-ນ້ອງທຸກຄົນ ກໍມີຄວາມສ່ຽງ ແລະ ເຂົາອາດຈະບໍ່ແຂງແຮງດັ່ງທີ່ເຮົາຄິດກໍເປັນໄດ້. ສະນັ້ນ, ການຮັກສາສຸຂະພາບ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ ກໍຄື ຄວາມຮັບຜິດຊອບຕໍ່ສ່ວນລວມນຳກັນ, ເພື່ອຄອບຄົວເຮົາ ແລະ ສັງຄົມເຮົາ.