ຫວຽດນາມ ກວດພົບເຊື້ອໂຄວິດສາຍພັນອິນເດຍ ແຜ່ລະບາດໃນຫຼາຍຊຸມຊົນ

761

ລັດຖະບານຫວຽດນາມ ກວດພົບຜູ້ຕິດເຊືອໂຄວິດ-19 ພາຍໃນປະເທດເພິ່ມຂຶ້ນຕໍ່ເນື່ອງ ແລະ ເປີດເຜີຍວ່າ ມີຜູ້ຕິດເຊື້ອຈຳນວນໜຶ່ງເປັນສາຍພັນອິນເດຍ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນຈັນ ທີ 10 ພຶດສະພາ ວ່າ ກະຊວງສາທາລະນະສຸກຫວຽດນາມ ລາຍງານພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມອີກ 87 ຄົນ ເມື່ອວັນອາທິດ ຜ່ານມາ ເປັນສະຖິຕິປະຈຳ ວັນສູງທີ່ສຸດ ແລະ ເພີ່ມອີກ 80 ຄົນ ໃນເຊົ້າວັນຈັນ ຕາມເວລາທ້ອງຖິ່ນ ລວມພົບຜູ້ຕິດເຊື້ອໃໝ່ໃນຮອບວັນຫຼ້າສຸດ 167 ຄົນ ແບ່ງເປັນ 12 ຄົນ ເດີນທາງມາຈາກຕ່າງປະເທດ ແລະ 155 ຄົນຕິດເຊື້ອພາຍໃນປະເທດ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທັງນີ້, ນັບຕັ້ງແຕ່ເກີດການແຜ່ລະບາດທີ່ໂຮງແຮມແຫ່ງໜຶ່ງ ໃນແຂວງອຽນບາຍ ຕັ້ງຢູ່ທາງພາກເໜືອ ເຊິ່ງລັດຖະບານໃຊ້ເປັນສະຖານທີ່ກັກໂຕ ສຳລັບນັກທ່ອງທ່ຽວທີ່ເດີນທາງມາຈາກຕ່າງປະເທດ ເມື່ອວັນທີ 27 ເມສາ ຜ່ານມາ ຖັດມາແມ່ນໂຮງໝໍ ພະຍາດຕິດເຊື້ອເຂດຮ້ອນ ໃນນະຄອນຫຼວງຮາໂນ້ຍ ເຊິ່ງເປັນໂຮງໝໍໃຫຍ່ທີ່ສຸດຂອງຫວຽດນາມ ຕ້ອງກັກບໍລິເວນເປັນໄລຍະ 14 ວັນ ຕັ້ງແຕ່ວັນທີ 5 ພຶດສະພາ ຜ່ານມາ. ເນື່ອງຈາກມີແພດທ່ານໜຶ່ງຕິດເຊື້ອ ແລະ ໂຮງໝໍມະເລັງແຫ່ງຊາດ ຕ້ອງປິດໃຫ້ບໍລິການຕັ້ງແຕ່ວັນທີ 7 ພຶດສະພາ ຜ່ານມາ ການແຜ່ລະບາດຂອງຂະຫຍາຍພື້ນທີ່ອອກໄປ ຢ່າງໜ້ອຍ 26 ແຂວງ ເຊິ່ງສ່ວນຫຼາຍແມ່ນຢູ່ພາກເໜືອ ແລະ ພາກກາງ ມີຜູ້ຕິດເຊື້ອແລ້ວ ຢ່າງໜ້ອຍ 411 ຄົນ.

อาจเป็นรูปภาพของ 1 คน, สกูตเตอร์, รถจักรยานยนต์ และถนน

ປັດຈຸບັນຫວຽດນາມມີສະຖິຕິຜູ້ຕິດເຊື້ອ ຢ່າງໜ້ອຍ 3.412 ຄົນ ປິ່ວປົວເຊົາດີສະສົມ 2.602 ຄົນ ແລະ ເສຍຊີວິດສະສົມ 35 ຄົນ. ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກລະບຸວ່າ ຜູ້ປ່ວຍຫຼາຍຄົນຈາກການລະບາດໃນປັດຈຸບັນ ເຊິ່ງເປັນຮອບທີ 4 ໃນນະຄອນຫຼວງຮາໂນ່ຍ, ແຂວງຮຶງອຽນ ແລະ ແຂວງໄທບິ່ງ ເປັນເຊື້ອສາຍພັນ “B. 1.617” ເຊິ່ງເປັນໄວຣັສກາຍພັນຊ້ຳຊ້ອນພົບຄັ້ງທຳອິດໃນປະເທດອິນເດຍ.

อาจเป็นรูปภาพของ หนึ่งคนขึ้นไป, จักรยาน, ดอกไม้, ถนน และถนน

ລັດຖະບານຫວຽດນາມ ໄດ້ປະກາດເພິ່ມມາດຕະການກັກໂຕເປັນ 21 ວັນ ສຳລັບຜູ້ທີ່ເດີນທາງມາຈາກຕ່າງປະເທດ ນັບແຕ່ວັນທີ 5 ພຶດສະພາ ເປັນຕົ້ນມາດ້ວຍ.