ຈັບ ໜຸ່ມ ທຳລາຍທາງດ່ວນ ໂດຍເອົາຕະປູມາໂຮຍ ແລະ ເອົາເຊືອກມາລັດ ແບບນີ້ອັນຕະລາຍຕໍ່ຜູ້ຂັບຂີ່

2280

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2021, ຢູ່ຈຸດກິໂລແມັດທີ K19+000, ມີຊາຍໜຸ່ມຄົນໜຶ່ງ ເຈດຕະນາມ້າງເພທຳລາຍ ແລະ ກີດຂວາງທາງດ່ວນ, ໂດຍການວາງສິ່ງກີດຂວາງໃສ່ຊ່ອງທາງລົດຂອງທາງ ດ່ວນ. ແຕ່ໂຊກດີທີ່ບໍ່ມີອຸປະຕິເຫດເກີດຂຶ້ນ.
ສະພາບເຫດການ: ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2021. ພວກເຮົາໄດ້ຮັບການແຈ້ງຈາກຜູ້ຂັບຂີ່, ຢູ່ເທິງທາງດ່ວນທິດທາງນະຄອນຫຼວງວຽງຈັນ-ວັງວຽງ ຈຸດກິໂລແມັດທີ K19+000, ໂດຍພົບສິ່ງກີດຂວາງຢູ່ຊ່ອງທາງຫຼັກ.

ເມື່ອພະນັກງານໄປຮອດສະຖານທີ່ເກີດເຫດຈຶ່ງໄດ້ຮູ້ວ່າ: ຊາຍໜຸ່ມຄົນດັ່ງກ່າວໄດ້ເຈດ ຕະນາວາງສິ່ງກີດຂວາງໃສ່ຊ່ອງທາງສັນຈອນຫຼັກຂອງທາງດ່ວນ, ໂດຍການຕໍ່ໂຊ້ເຫຼັກເປັນລວງຂວາງ ແລະ ຖອກວັດຖຸເຊື້ອໄຟໃສ່ທາງດ່ວນ, ໂດຍມີຈຸດປະສົງທີ່ຈະຈູດໄຟໃສ່, ແຕ່ບໍ່ສຳເລັດ ແລະ ວາງຕະປູເຫຼັກຕາມທາງ. ຫຼັງຈາກທີ່ພະນັກງານສູນກາງຄຸ້ມຄອງຊັບສິນທາງດ່ວນໄດ້ລົງໄປບັນທຶກຫຼັກຖານຢູ່ສະຖານທີ່ເກີດເຫດແລ້ວ, ກ່ໍໄດ້ຮີບຮ້ອນໃນການເກັບມ້ຽນສິ່ງກີດຂວາງ, ພ້ອມທັງຕິດຕໍ່ປະສານຫາຕຳຫຼວດຈະລາຈອນທາງດ່ວນ, ຕຳຫຼວດທ້ອງຖິ່ນ ແລະ ນາຍບ້ານທັນທີ.

ພາຍຫຼັງທີ່ເກີດເຫດກໍ່ໄດ້ແຈ້ງໃຫ້ໜ່ວຍງານປ້ອງກັນຄວາມສະຫງົບ ແລະ ນາຍບ້ານຮັບຊາບ, ທີ່ຜູ້ກ່ຽວໄດ້ມາກໍ່ເຫດໃນຄັ້ງນີ້ແມ່ນເນື່ອງຈາກໄລຍະນີ້ ແມ່ຂອງລາວບໍ່ໄດ້ໃຫ້ເງິນລາວໃຊ້, ລາວຈຶ່ງມາລະບາຍຄວາມຄຽດແຄ້ນຂອງລາວໃສ່ທາງດ່ວນ, ເຈດຕະນາສ້າງສິ່ງກີດຂວາງໃສ່ເທິງທາງດ່ວນ ແລະ ອີງຕາມຄຳບອກເລົ່າຂອງນາຍບ້ານໄດ້ກ່າວວ່າຜູ້ກ່ຽວແມ່ນມີປະຫວັດເສບຢາມາກ່ອນ.
ໃນຕອນສວຍຂອງວັນທີ 6 ພຶດສະພາ 2021, ຜູ້ກ່ຽວໄດ້ຖືກໜ່ວຍງານປ້ອງກັນຄວາມສະຫງົບຈັບກຸມເປັນທີ່ຮຽບຮ້ອຍແລ້ວ.

ພຶດຕິກຳຂອງລາວແມ່ນເປັນອັນຕະລາຍຮ້າຍແຮງຕໍ່ລົດທີ່ສັນຈອນເທິງທາງດ່ວນ, ໂດຍຜູ້ກ່ຽວໄດ້ໃຊ້ເຊືອກລັດທາງ ແລະ ວາງຕະປູຢູ່ເທິງທາງດ່ວນ, ເຊິ່ງອາດຈະເຮັດໃຫ້ເກີດອຸປະຕິເຫດທີ່ເຮັດໃຫ້ມີຄົນເຈັບ ຫຼື ເສຍຊີວິດໄດ້, ເປັນພຶດຕິກຳທີ່ບໍ່ມີຄວາມຮັບຊອບຕໍ່ຊີວິດ ແລະ ຄວາມປອດໄພຂອງຄົນອື່ນ. ການທີ່ລາວວາງຕະປູ ແລະ ວັດຖຸທີ່ເປັນໂລຫະແມ່ນເປັນການສ້າງຄວາມເສຍຫາຍໂດຍກົງໃຫ້ແກ່ລົດທີ່ນຳໃຊ້ທາງດ່ວນ. ປະຈຸບັນຄາດວ່າລົດທີ່ຂັບຜ່ານຊ່ວງທາງດັ່ງກ່າວອາດຈະຢຽບຖືກ ແລະ ຢາງລົດອາດໄດ້ຮັບຄວາມເປ່ເພເສຍຫາຍ, ແຕ່ບໍລິສັດບໍ່ສາມາດສະຫຼຸບໄດ້ວ່າມີລົດເທົ່າໃດຄັນທີ່ໄດ້ຮັບຄວາມເສຍຫາຍຈາກພຶດຕິກຳດັ່ງກ່າວຂອງຜູ້ກ່ຽວ.


ລາວໄດ້ຖອກນ້ຳມັນ ແລະ ຈຸດໄຟໃສ່ເທິງທາງດ່ວນ, ຈາກນັ້ນນ້ຳມັນທີ່ບໍ່ຕິດໄຟໄດ້ຊຶມລົງໃສ່ພື້ນທາງຂອງທາງດ່ວນ, ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ພື້ນທາງຂອງທາງດ່ວນ, ອີກທັ້ງຍັງເປັນການຫຼຸດອາຍຸການໃຊ້ງານຂອງຖະໜົນຫົນທາງ, ກໍ່ໃຫ້ເກີດຄວາມເສຍຫາຍໂດຍກົງຕໍ່ບໍລິສັດ.


ທາງດ່ວນວຽງຈັນວັງວຽງຂໍເຕືອນມາຍັງທຸກທ່ານ: 1. ການທີ່ເອົາສິ່ງກີດຂວາງມາວາງເທິງທາງດ່ວນໂດຍບໍ່ໄດ້ຮັບອານຸຍາດແມ່ນມີຄວາມອັນຕະລາຍຫຼາຍ; 2. ຫ້າມນໍາເອົາສິ່ງກີດຂວາງມາວາງໄວ້ເທິງທາງດ່ວນ; 3. ຮັກຊີວິດ ໃຫ້ຫຼີກລ່ຽງຈາກສິ່ງເສບຕິດ.