ວັນກໍາມະກອນປີນີ້ ນັກທ່ອງທ່ຽວຈີນທ່ຽວພາຍໃນປະເທດເພີ່ມຂຶ້ນ

1333

ວັນພັກເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນປີນີ້, ທີ່ປະເທດຈີນ ຕົວເລກຄາດຄະເນການທ່ອງທ່ຽວພາຍໃນປະເທດແມ່ນເພີ່ມຂຶ້ນ ລວມທັງຕົວເລກລາຍຮັບກໍເພີ່ມຂຶ້ນເຊັ່ນກັນ.

ຕາມສູນຕົວເລກຂໍ້ມູນກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນໄດ້ຄາດຄະເນວ່າ: ໃນຍາມພັກວັນກຳມະກອນສາກົນປີນີ້, ຈຳນວນນັກທ່ອງທ່ຽວຈີນທີ່ໄດ້ໄປທ່ຽວພາຍໃນປະເທດມີເຖິງ 230 ລ້ານຄົນ ເຊິ່ງໄດ້ເພີ່ມຂຶ້ນ 119,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໄດ້ເພີ່ມຂຶ້ນເປັນ 103,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຍັງບໍ່ທັນໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19; ລາຍຮັບຈາກການທ່ອງທ່ຽວພາຍໃນປະເທດຈີນມີເຖິງ 113,23 ຕື້ຢວນ ເຊິ່ງໄດ້ເພີ່ມຂຶ້ນ 138,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໄດ້ເພີ່ມຂຶ້ນເປັນ 77% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຍັງບໍ່ທັນໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19.

ຕາມສະຖານທີ່ທ່ອງທ່ຽວຕ່າງໆແມ່ນໄດ້ປະຕິບັດມາດຕະການຈອງປີ້ເຂົ້າຊົມລ່ວງໜ້າ, ປ່ຽນເວລາເຂົ້າຊົມໃນຍາມທີ່ມີນັກທ່ອງທ່ຽວເຂົ້າຊົມໜ້ອຍ ແລະ ຈຳກັດຈຳນວນນັກທ່ອງທ່ຽວເຂົ້າຊົມ ເຊິ່ງໄດ້ກາຍເປັນມາດຕະການປົກກະຕິຂອງສະຖານທີ່ທ່ອງທ່ຽວຕ່າງໆ