ອົງການບໍລິຫານປະຈຳວັນ ເຂດຮ່ວມມືເສດຖະກິດບໍ່ຫ່ານ ສປ ຈີນ ແລະ ບໍລິສັດຊາຊິນຈິງ ສົ່ງເສີມກະສິກຳປູກຊາເມືອງລອງຈຳກັດມອບເຄື່ອງຊ່ວຍເຫຼືອໃຫ້ແຂວງຫຼວງນ້ຳທາ

468

ວັນທີ 6 ພຶດສະພາ 2021 ທີ່ຫ້ອງວ່າການແຂວງຫຼວງນ້ຳທາ ອົງການບໍລິຫານປະຈຳວັນ ເຂດຮ່ວມມືເສດຖະກິດບໍ່ຫ່ານ ສປ ຈີນ ມອບຜ້າອັດປາກໃຫ້ແຂວງຫຼວງນ້ຳທາ ສປປ ລາວ ຈຳນວນ 100 ແກັດ 100.000 ອັນ,ກ່າວມອບໂດຍນາງ ປິ່ນແກ້ວ ວິວັນໄຊ ຮອງຫົວໜ້າຄຸ້ມຄອງ ເຂດເສດຖະກິດບໍ່ເຕ່ນ ຕາງໜ້າໃຫ້ອົງການບໍລິຫານປະຈຳວັນ ເຂດຮ່ວມມືເສດຖະກິດບໍ່ຫ່ານ ສປ ຈີນ,ກ່າວຮັບໂດຍທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ.


ໂອກາດດຽວກັນນີ້ບໍລິສັດຊາຊິນຈິງ ສົ່ງເສີມກະສິກຳປູກຊາເມືອງລອງຈຳກັດໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແຂວງຫຼວງນ້ຳທາ,ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຄື:ນ້ຳດື່ມ 50 ແຟກ,ປອງປາ 4 ແກັດ,ມີໄວໄວ 4 ແກັດ,ນ້ຳມັນພຶດ 4 ແກັດ,ໂອວັນຕີນ 2 ແກັດ,ໄຂ່ໄກ່ 2 ແກັດ,ຜ້າອັດປາກ 6 ແກັດ ແລະ ເງີນສົດ 20.000.000 ກີບ ລວມເປັນເງີນທັງໝົດ 32.000.000 ກີບ.

ກ່າວມອບໂດຍທ່ານ ຊຽວຈຽນ ຕຶງກວາງຈຽນ ຫົວໜ້າບໍລິສັດຊາຊິນຈິງ ສົ່ງເສີມກະສິກຳປູກຊາເມືອງລອງຈຳກັດ,ກ່າວຮັບໂດຍທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແຂວງຫຼວງນ້ຳທາ.ທ່ານ ຄຳຟອງ ອິນມະນີ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ມີຈິດໃຈສັດທາທາງດ້ານວັດຖຸ ແລະ ຈິດໃຈທີ່ປະກອບສ່ວນການຊ່ວຍເຫຼືອໃຫ້ແກ່ສັງຄົມໂດຍສະເພາະກໍ່ຄືແຂວງຫຼວງນ້ຳທາທັງເປັນການບັນເທົ່າໃຫ້ແກ່ປະຊາຊົນ ແລະ ພະນັກງານທີ່ປະຕິວັດໜ້າທີ່ໃນຊ່ວງວິດຂອງການລະບາດຂອງພະຍາດໂຄວິດ 19 ນີ້.