ທີມງານອະດິດນັກຮຽນ ມສ ເທດສະບານແຂວງຫຼວງນ້ຳທາ ມອບຢາຂ້າເຊື້ອໃຫ້ແຂວງຫຼວງນ້ຳທາ

216

ວັນທີ 6 ພຶດສະພາ 2021 ທີ່ຫ້ອງວ່າການແຂວງຫຼວງນ້ຳທາ, ທີມງານອະດິດນັກຮຽນໂຮງຮຽນມັດ ທະຍົມສົມບູນເທດສະບານແຂວງຫຼວງນ້ຳທາລຸ້ນ 1999-2000ໄດ້ເອົາຢາຂ້າເຊື້ອຄະດຼໍ່ລິນ ຈຳນວນ 5 ຕຸກ,ຕຸກໜື່ງມີ 50 ລິດ ສາມາດປະສົມນໍ້າໄດ້ 2.500 ລິດມາມອບໃຫ້ແຂວງຫຼວງນໍ້າທາເພື່ອນໍາເອົາໄປສິດຂ້າເຊື້ອຕາມສະຖານທີ່ຢູ່ອາໄສເປັນຕົ້ນແມ່ນບ່ອນທີ່ມີຊຸມຊົນແອອັດຄື:ຕະຫຼາດ ແລະ ສຳນັກງານອົງການ.

ກ່າວມອບຂອງທ່ານ ຄຳວົງ ເຕີນຈະເລີນ ຕາງໜ້າໃຫ້ທີມງານອະດິດນັກຮຽນໂຮງຮຽນມັດທະຍົມສົມບູນເທດສະບານແຂວງຫຼວງນ້ຳທາລຸ້ນ 1999-2000,ກ່າວຮັບຂອງທ່ານ ຄຳຟອງ ອິນມະນີ ຮອງເລຂາພັກແຂວງ ຫົວໜ້າສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແຂວງຫຼວງນ້ຳທາ.

ທ່ານ ຄຳຟອງ ອິນມະນີ ໄດ້ສະແດງຄວາມຂອບອົກຂອບໃຈທີ່ທີມງານອະດິດນັກຮຽນໂຮງຮຽນມັດທະຍົມສົມບູນເທດສະບານແຂວງຫຼວງນ້ຳທາລຸ້ນ 1999-2000ທີ່ເຫັນຄວາມຈຳເປັນຂອງແຂວງໃນການສະກັດກັ້ນໃນການລະບາດຂອງພະຍາດໂຄວິດ-19 ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອໃນຄັ້ງຕໍ່ໄປອີກຕື່ມ.