ສິດສານຸສິດ ພຣະອາຈານໃຫຍ່ຊື່ດັງໃນລາວ ລະດົມເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ ຊ່ວຍນ້ອງນັກສຶກສາຫໍພັກ ສອງວິທະຍາໄລ ພະລະ-ສິລະປະ

333

ບັນດາສິດສານຸສິດຂອງພຣະອາຈານໃຫຍ່ຊື່ດັງໃນສປປ ລາວ ກໍຄື ພຣະອາຈານ ດຣ. ຊາລີ ກັນຕະສີໂລ ແລະ ພຣະອາຈານ ຫຼັກແກ້ວ ມະຫາ ເຫວດມະເສໄນ ນຳພາໂດຍ ພຣະ ຍອດຄຳ ສີທົນ ໄຊຍະວົງສອນ ພ້ອມດ້ວຍຄະນະສົງວັດປ່ານາຄູນນ້ອຍ, ຄະນະປະຕິບັດທັມ, ກຸ່ມເທບທິດາທັມ ແລະ ພຸດທະທັມ ລະດົມການກຸສົນໄດ້ຮັບ 10 ສັດທາ ຊຶ່ງມີໝີ່ 223 ແກັດ,ໝີ່ກ່ອງ 180 ກ່ອງ,ປາກະປ່ອງ 2.200 ປ່ອງ, ນໍ້າດື່ມ 35 ແພັກ ແລະ ໄຂ່ 10 ແຕະ ລວມມູນຄ່າ 36.855.000 ກີບ ໄປຊ່ວຍເຫຼືອພະນັກງານຄູອາຈານ ແລະ ນ້ອງນັກສຶກສານອນຫໍພັກຈາກ 2 ວິທະຍາໄລ ກໍຄື ວິທະຍາໄລພະລະສຶກສາ ແລະ ວິທະຍາໄລສິລະປະສຶກສາ ທີ່ຂຶ້ນກັບ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ.

ພິທີມອບ-ຮັບໄດ້ມີຂຶ້ນ ເມື່ອວັນທີ 5 ພຶດສະພາ 2021 ທີ່ວິທະຍາໄລພະລະສຶກສາ ເຂດບ້ານທົງປົງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕາງໜ້າເປັນການກ່າວມອບຂອງພຣະ ຍອດຄຳ ສີທົນ ໄຊຍະວົງສອນຄະນະປະຈຳ,​ ຫົວໜ້າກຳມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ສູນກາງອົງການພຣະພຸດທະສາດສະໜາສຳພັນແຫ່ງສປປ ລາວ ແລະ ຕາງໜ້າກ່າວຮັບມີທ່ານ ນາງ ຈິດຕະກອນ ຈັນທະມາລິນ ຜູ້ອຳນວຍການວິທະຍາໄລພະລະສຶກສາ ແລະ ທ່ານ ນາງ ວອນມະນີ ຊິງເລື່ອງທາ ຮັກສາການຜູ້ອຳນວຍການວິທະຍາໄລສິລະປະສຶກສາ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ພ້ອມດ້ວຍຄະນະກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາຫໍພັກເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ສຳລັບເຄື່ອງທີ່ສາມາດລະດົມທຶນການກຸສົນໄດ້ຮັບ 10 ສັດທາ ຊຶ່ງເປັນເຄື່ອງອູປະໂພກ-ບໍລິໂພກ, ນໍ້າດື່ມ ແລະ ເຂົ້າສານອາຫານແຫ້ງຕ່າງໆ ລວມມູນຄ່າ 36.855.000 ກີບ ແມ່ນໄດ້ຈາກພຣະອາຈານ ຫຼັກແກ້ວ ມະຫາ ເຫວດມະເສໄນ ປະກອບມີ ໝີ່ 20 ແກັດ ແລະ ປາກະປ່ອງ 10 ແກັດ ມູນຄ່າ 1,6 ລ້ານກວ່າກີບ, ວັດປ່ານາຄູນນ້ອຍ ເຂົ້າສານ 1 ໂຕນ ມູນຄ່າ 7 ລ້ານກີບ, ຍ່າແມ່ ລັດຕະນາ ປະທຸມວັນ ໝີ 48 ແກັດ ແລະ ປາກະປ່ອງ 400 ປ່ອງ ມູນຄ່າ 5 ລ້ານກີບ, ທ່ານ ສີຕາເຮັງ+ຍ່າແມ່ ອາລຸນນີ ລາສະຜົນ ພ້ອມດ້ວຍລູກຫຼານໂຮງຮຽນນິລະດາ ໝີ່ 47 ແກັດ ແລະ ປາກະປ່ອງ 1 ພັນປ່ອງ ລວມມູນຄ່າ 5 ລ້ານກີບ, ຍ່າແມ່ ສຸວັນເພັງ ບຸບຜານຸວົງ ພ້ອມດ້ວຍຄອບຄົວ ໝີ່ 50 ແກັດ ແລະ ປ່າກະປ່ອງ 500 ປ່ອງ ລວມມູນຄ່າ 4,1 ລ້ານກວ່າກີບ, ທ່ານ ນາງແສງເດືອນ ເທບສີເມືອງ ພ້ອມດ້ວຍຄະນະ ເຂົ້າສານ 1 ໂຕນ,ໄຂ່ 10 ແຕະ ແລະ ນໍ້າດື່ມ 10 ແກັດ ມູນຄ່າ 7,6 ລ້ານກວ່າກີບ, ທ່ານ ນາງ ນິດຕະຍາ ບຸດປະເສີດ ພ້ອມດ້ວຍຄອບຄົວ ໝີ່ 180 ກ່ອງ ມູນຄ່າ 1 ລ້ານກີບ, ທ່ານ ຫຽນ ພົມມະຈັນ ພ້ອມດ້ວຍຄອບຄົວ ໝີ່ 20 ແກັດ ມູນຄ່າ 1 ລ້ານກີບ, ທ່ານ ພູວົງ+ຍ່າແມ່ ຈັນທອນ ພະມີສິດ ໝີ່ 24 ແກັດ ແລະ ປາກະປ່ອງ 300 ປ່ອງ ມູນຄ່າ 3 ລ້ານກີບ ແລະ ທ່ານ ແກ້ວຕາ ຂັນຕິວົງ+ນາງ ວິໄລວັນ ເພັດລຳພັນ ໝີ່ 20 ແກັດ ແລະ ເງິນສົດ 1.020.000 ກີບ.