ເດືອນມີນາ ອາເມຣິກາ ຂາດດຸນການຄ້າ 74 ຕື້ກວ່າໂດລາ

239

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງຂໍ້ມູນຈາກກະຊວງການຄ້າສະຫະລັດອາເມຣິກາໃຫ້ຮູ້ວ່າ: ໃນເດືອນມີນາ 2021 ອາເມຣິກາຂາດດຸນການຄ້າເພີ່ມຂຶ້ນ 5,6% ຢູ່ທີ່ 74,4 ຕື້ໂດລາ ເນື່ອງຈາກຄວາມຕ້ອງການພາຍໃນເພີ່ມຂຶ້ນ, ຂະນະທີ່ການຜະລິດພາຍໃນ ບໍ່ພຽງພໍກັບຄວາມຕ້ອງການ.


ລາຍງານລະບຸວ່າ: ໃນເດືອນມີນາ ອາເມຣິການຳເຂົ້າສິນຄ້າເພີ່ມຂຶ້ນ 6,3% ມີມູນຄ່າ 274,5 ຕື້ໂດລາ ໂດຍສິນຄ້າປະເພດອຸປະໂພກ, ອາຫານ ເປັນໝວດສິນຄ້ານຳເຂົ້າເພີ່ມຂຶ້ນຫຼາຍທີ່ສຸດ ເປັນຕົ້ນແມ່ນ ເສື້ອຜ້າ, ເຟີນີເຈີ, ເຄມີຄອນດັກເຕີ, ລົດຍົນ ແລະ ອຸປະກອນໂທລະຄົມມະນາຄົມ, ສ່ວນຕົວເລກການສົ່ງອອກເພີ່ມຂຶ້ນ 6,6% ມູນຄ່າ 200 ຕື້ໂດລາ.


ໃນຂະນະທີ່ນັກວິເຄາະຄາດການວ່າ ອາເມຣິກາຍັງຈະຂາດດຸນການຄ້າຫຼາຍກວ່ານີ້ໃນເດືອນຕໍ່ໆໄປ ຫຼັງຈາກທີ່ເສດຖະກິດເລີ່ມຟື້ນຕົວຢ່າງແຂງແຮງ ໂດຍໄດ້ແຮງຍູ້ຈາກມາດຕະການຟື້ນຟູເສດຖະກິດຂອງລັດຖະບານໃນວົງເງິນ 1,9 ພັນຕື້ໂດລາ ລວມທັງການສັກວັກແຊັງປ້ອງກັນໂຄວິດ-19 ເຮັດໃຫ້ກິດຈະກຳດ້ານເສດຖະກິດກັບຄືນມາອີກຄັ້ງ.

ຄາດວ່າ ເສດຖະກິດຂອງອາເມຣິກາຈະຂະຫຍາຍຕົວ 6,4% ໃນໄຕມາດທຳອິດຂອງປີນີ້ ນັບວ່າເປັນການຂະຫຍາຍຕົວສູງສຸດນັບແຕ່ປີ 2003 ເປັນຕົ້ນມາ, ຫຼັງຈາກທີ່ຫົດຕົວ 3,5% ໃນປີ 2020 ເຊິ່ງເປັນການຫົດຕົວທີ່ຮຸນແຮງທີ່ສຸດໃນຮອບ 74 ປີ.