ອົງການອະນາໄມໂລກ ກັງວົນໂຄວິດ-19 ກາຍພັນຫຼາຍຊະນິດ

329

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການອະນາໄມໂລກ (WHO) ກຳລັງຕິດຕາມເຊື້ອໄວຣັສໂຄວິດ-19 ກາຍພັນຢ່າງໃກ້ຊິດ ພ້ອມລະບຸວ່າ 10 ຊະນິດທີ່ກຳລັງລະບາດຢູ່ໃນໂລກ ມີຄວາມກັງວົນຫຼາຍທີ່ສຸດ ແລະ ມີ 3 ສາຍພັນໜ້າເປັນຫ່ວງ ເຮັດໃຫ້ຕິດເຊື້ອງ່າຍຂຶ້ນ, ປິ່ນປົວຍາກຂຶ້ນ.

ສຳລັບສາຍພັນທີ່ອົງການອະນາໄມໂລກມີຄວາມກັງວົນ ແລະ ເປັນຫ່ວງຫຼາຍທີ່ສຸດປະກອບມີ 3 ສາຍພັນໄດ້ແກ່ B.1.1.7 ກວດພົບຄັ້ງທຳອິດໃນສະຫະຣາຊະອານາຈັກ ຂະນະນີ້ກະຈາຍໄປທົ່ວໂລກແລ້ວ; B.1.351 ກວດພົບຄັ້ງທຳອິດໃນອາຟຣິກກາໃຕ້ ແລະ P.1 ກວດພົບຄັ້ງທຳອິດໃນບຣາຊິນ.

ສ່ວນສາຍພັນ ໜ້າຕິດຕາມໄດ້ແກ່ B.1617 ທີ່ກາຍພັນ 3 ຈຸດ ກວດພົບຄັ້ງທຳອິດໃນອິນເດຍ ແຕ່ອົງການອະນາໄມໂລກກຳລັງສຶກສາເພີ່ມຕື່ມ ເພື່ອໃຫ້ເຂົ້າໃຈຄຸນລັກສະນະສຳຄັນຂອງສາຍພັນດັ່ງກ່າວນີ້ຢ່າງເລິກເຊິ່ງ, ສ່ວນສາຍພັນ B.1525 ກວດພົບຄັ້ງທຳອິດສະຫະຣາຊະອານາຈັກ ແລະ ນີເຊເຣຍ, B.1427/B.1429 ກວດພົບຄັ້ງທຳອິດໃນອາເມຣິກາ, P.2 ກວດພົບຄັ້ງທຳອິດໃນບຣາຊິນ, P.3 ກວດພົບຄັ້ງທຳອິດໃນຍີ່ປຸ່ນ ແລະ ຟີລິບປິນ, S477N ກວດພົບຄັ້ງທຳອິດໃນອາເມຣິກາ ແລະ B.1616 ກວດພົບຄັ້ງທຳອິດໃນຝຣັ່ງ.