ລັດຖະບານ ຫວຽດນາມຈັດກອງປະຊຸມດ່ວນກ່ຽວກັບບັນດາມາດຕະການເພື່ອປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19

378

ຕຮາມຂ່າວຈາກVOVWORLDໃຫ້ຮູ້ວ່າ: ພາຍຫຼັງເວລາ 34 ວັນບໍ່ກວດພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ, ວັນທີ 29 ເມສາ 2021, ລະບົບຕິດຕາມພະຍາດຕິດແປດຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ກ່ຽວຂ້ອງເຖິງກໍລະນີເຂົ້າເມືອງຈາກ ຍີ່ປຸ່ນ.

ກອງປະຊຸມດ່ວນກ່ຽວກັບບັນດາມາດຕະການເພື່ອປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ດຳເນີນໃນຕອນເຊົ້າວັນທີ 30 ເມສາ ຢູ່ຮ່າໂນ້ຍ  ພາຍຫຼັງທີ່ພະຍາດລະບາດພວມມີການຜັນແປຢ່າງສັບສົນ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ໃຫ້ຮູ້ວ່າ: ພາຍຫຼັງເວລາ 34 ວັນບໍ່ກວດພົບກໍລະນີຕິດເຊື້ອໃໝ່ໃນຊຸມຊົນ, ວັນທີ 29 ເມສາ 2021 ລະບົບຕິດຕາມພະຍາດຕິດແປດຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ທີ່ກ່ຽວຂ້ອງເຖິງກໍລະນີເຂົ້າເມືອງຈາກ ຍີ່ປຸ່ນ ພາຍຫຼັງໝົດເວລາແຍກຕົວລວມຢູ່ນະຄອນ ດ່ານັ້ງ ກັບຄືນແຂວງ ຮ່ານາມ. ຜູ້ຕິດເຊື້ອດັ່ງກ່າວໄດ້ແຍກຕົວພາຍຫຼັງເຂົ້າເມືອງ ແລະ ໄດ້ເອົາຕົວຢ່າງ 3 ຄັ້ງ, ໝາກຜົນການວິໄຈລ້ວນແຕ່ອອກຜົນເປັນລົບກັບໄວຣັດ SARS-CoV-2. ຜູ້ຕິດເຊື້ອດັ່ງກ່າວໄດ້ປະຕິບັດການແຍກຕົວສຳເລັດ ແລະ ອອກຈາກໂຮງແຮມທີ່ແຍກຕົວໃນວັນທີ 21 ເມສາ 2021. ກະຊວງສາທາລະນະສຸກພວມຮີບເຮັ່ງຕາມຫາເຊື້ອ, ປະຕິບັດການແຍກຕົວລວມທຸກກໍລະນີພົບປະກັບຜູ້ຕິດເຊື້ອ (F1); ປະຕິບັດການກວດກາບັນດາກໍລະນີພົບປະ (F2), ຮຽກຮ້ອງໃຫ້ແຍກຕົວຢູ່ເຮືອນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ຊີ້ແຈ້ງວ່າ: ເປົ້າໝາຍສູງສຸດແມ່ນຕ້ອງຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ ແລະ ປະຊາຄົມ, ພ້ອມທັງຍັງປະຕິບັດເປົ້າໝາຍຄວບຄູ່ “ທັງປ້ອງກັນ ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດສັງຄົມ”; ຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ເຊິ່ງຈະດຳເນີນໃນວັນທີ 23 ພຶດສະພາ ຈະມາເຖິງຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຮຽກຮ້ອງວ່າ:“ຕ້ອງຕາມຫາເຊື້ອຢ່າງຮີບເຮັ່ງ, ໄວກວ່າ, ຕ້ອງແຍກຕົວເຂດເພື່ອແກ້ໄຂບັນດາຜົນຮ້າຍຂອງບັນດາກໍລະນີເຊິ່ງຫາກໍ່ກວດພົບ. ເປົ້າໝາຍແມ່ນແກ້ໄຂຜົນຮ້າຍດ້ວຍທຸກວິທີ, ທຸກມາດຕະການ ແລະ ຕ້ອງຮີບເຮັ່ງເພື່ອໃຫ້ພວກເຮົາແກ້ໄຂຢ່າງທັນການ, ມີປະສິດທິຜົນ, ດ້ວຍທິດນຳຊີ້ນຳສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈແມ່ນ ຕ້ານໂລກບະຍາດຄືດັງຕ້ານສັດຕູ, ພິເສດແມ່ນຢູ່ບັນດາແຂວງເຂດຊາຍແດນຕ້ອງຄວບຄຸ້ມ, ກຳແໜ້ນສະພາບການ ເພື່ອຍົກອອກບັນດາມາດຕະການແກ້ໄຂໃຫ້ຖືຕ້ອງຕາມຂໍ້ກຳນົດ, ກົດລະບຽບເຊິ່ງພວກເຮົາພວມມີຢູ່ແລ້ວ”.

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ໃນຕອນເຊົ້າວັນທີ 30 ເມສາ, ນັບແຕ່ເວລາ 18 ໂມງຂອງວັນທີ 29 ເມສາ ຫາເວລາ 6 ໂມງຂອງວັນທີ 30 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 4 ຄົນ, ໃນນັ້ນ 3 ຄົນແມ່ນຕິດແປດຢູ່ພາຍໃນປະເທດ ຢູ່ຮ່າໂນ້ຍ (1 ຄົນ), ຮືງອຽນ (2 ຄົນ) ແລະ ຜູ້ຕິດເຊື້ອຜູ້ໜຶ່ງເຂົ້າເມືອງໄດ້ແຍກຕົວຢູ່ແຂວງ ກວາງຈີ້ ໂດຍທັນທີ.

ພາຍຫຼັງກວດພົບ 6 ກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນຢູ່ບາງທ້ອງຖິ່ນຈາກເຂດແຜ່ລະບາດຢູ່ແຂວງ ຮ່ານາມ, ຕອນຄ່ຳວັນທີ 29 ເມສາ, ຄະນະປະຕິບັດງານຂອງໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທ່ງລອງ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ຮ່ານາມ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ທ່ານລັດຖະມົນຕີໄດ້ຮຽກຮ້ອງປະຕິບັດການແຍກຫ່າງໃນສັງຄົມຢູ່ຕາແສງ ດ້າວລິ໊ ຂຶ້ນກັບເມືອງ ລິ໊ເຍິນ; ພ້ອມທັງເອົາຕົວຢ່າງສຳລັບບັນດາຄອບຄົວໃນເຂດເກີດໂລກລະບາດໃນຕອນຄ່ຳວັນທີ 29 ເມສາ.

ໄລ່ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.914 ຄົນ, ໃນນັ້ນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ 1.580 ຄົນ. ມາຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິ 2.516 ຄົນ, ມີ 35 ຄົນເສຍຊີວິດ.