ໜັກ! ອິນເດຍຕິດເຊື້້ອໂຄວິດມື້ດຽວ 3,8 ແສນ ຄົນ

538

ອິນເດຍພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວຫຼາຍກວ່າ 386.000 ຄົນ ກາຍເປັນສະຖິຕິຄັ້ງໃໝ່ ຂະນະທີ່ ຜູ້ຜະລິດອົກຊີເຈນພາຍໃນປະເທດເລັ່ງດຳເນີນການຜະລິດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນສຸກ ທີ 30 ເມສາ ວ່າ ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງ​ຜ່ານມາ. ຢັ້ງຢືນພົບຜູ້ຕິດເຊື້ອໃໝ່ 386.452 ຄົນ ກາຍເປັນສະຖິຕິໃໝ່ ທີ່ມີຜູ້ຕິດເຊື້ອປະຈຳສູງທີ່ສຸດ ໃນປະເທດ ແລະ ທົ່ວໂລກ ເຮັດໃຫ້ສະຖິຕິຜູ້ຕິດເຊື້ອສະສົມໃນປະເທດເພີ່ມຂຶ້ນເປັນຫຼາຍກ່ວາ 18,7 ລ້ານ ຫຼາຍທີ່ສຸດໃນອາຊີ ແລະ ເປັນອັນດັບ 3 ຂອງໂລກ ຮອງຈາກສະຫະລັດ ແລະ ບຣາຊິລ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ຂະນະໃນຮອບວັນດຽວກັນ, ມີຜູ້ເສຍຊີວິດເພິ່ມອີກ 3.498 ຄົນ ເພີ່ມຈຳນວນຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນອິນເດຍ ຢ່າງໜ້ອຍ 208.330 ຄົນ ແລະ ຍັງເຫຼືອຜູ້ປິ່ນປົວໃນລະບົບ ຢ່າງໜ້ອຍ 3.170.228 ຄົນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง, ผู้คนกำลังยืน, ผู้คนกำลังเดิน, รองเท้าหรือถุงเท้า, ถนน และถนน

ດ້ານບໍລິສັດລິນເດີ (Linde) ຜູ້ຜະລິດອົກຊີເຈນເພື່ອການແພດໃຫຍ່ທີ່ສຸດໃນປະເທດ ກ່າວວ່າ ວິກິດການແຜ່ລະບາດຮອບ 2 ຂອງໂຄວິດ-19 ໃນປະເທດອິນເດຍ ເຮັດໃຫ້ຄວາມຕ້ອງການອົກຊີແຊນເພີ່ມຂຶ້ນເປັນ 8 ເທົ່າໃນເດືອນນີ້. ຢ່າງໃດກໍຕາມ ລິນເດີ ແລະ ບໍລິສັດພັນທະມິດອີກຫຼາຍແຫ່ງເດີນໜ້າເລັ່ງການຜະລິດ ຄາດວ່າຈະເພີ່ມຂຶ້ນ 25% ເປັນຫຼາຍກວ່າ 9.000 ໂຕນຕໍ່ມື້ ພາຍໃນກາງເດືອນໜ້າ.