ບາບີ້ ປີຍະມາດ Miss international Laos 2018 ມອບເຄື່ອງການແພດໃຫ້ແພດໝໍ ປ້ອງກັນໂຄວິດ-19

930

ບາບີ້ ປີຍະມາດ ພູນປະເສີດ Miss international Laos 2018 ອີກໜຶ່ງສາວງາມທີ່ມີຈິດໃຈເອື້ອເພື້ອ ມັກຊ່ວຍເຫຼືອສັງຄົມ ໃນຊ່ວງວິກິດແບບນີ້ ບາບີ້ ແລະ ຄອບຄົວໄດ້ສົມທົບທຶນກັນຊື້ອຸປະກອນຊ່ວຍແພດຫມໍ ເພື່ອຊ່ວຍໃນການປ້ອງກັນ ພ້ອມທັງຮ່ວມກັນຖະຫວາຍເຂົ້າສານອາຫານແຫ້ງ ໃຫ້ວັດຕ່າງໆທີ່ເພິ່ນປະສົບບັນຫາໃນຍາມວິກິດນີ້ ສິ່ງໃດຊ່ວຍໄດ້ກໍຢາກຈະຊ່ວຍ ແລະ ບີ້ ກໍໄດ້ເຂົ້າຮ່ວມກຸ່ມຫນຶ່ງທີ່ສ້າງຂຶ້ນມາເພື່ອເປັນກະບອກສຽງໃຫ້ກັບສັງຄົມໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ນອກນີ້ ບີ້ ຍັງໄດ້ເຫັນນ້ຳໃຈຄົນລາວທີ່ພ້ອມຊ່ວຍເຫຼືອກັນ ແລະ ກັນ ຊ່ວຍຫລາຍຊ່ວຍຫນ້ອຍເມື່ອໂຮມເຂົ້າກັນກໍຈະກາຍເປັນກ້ອນກຳລັງທີ່ຍິ່ງໃຫຍ່ ແລະ ບີ້ ເອງຢາກຝາກກຳລັງໃຈໃຫ້ກັບແພດຫມໍທຸກໆຄົນ ແລະ ຢາກຝາກນຳທຸກໆທ່ານຖ້າບໍ່ຈຳເປັນຄວນຢູ່ບ້ານເຮືອນເພື່ອຢຸດການລະບາດຂອງເຊື້ອ ໂຄວິດ-19 ເຮົາຈະຜ່ານມັນໄປນຳກັນ.

“ຫຼາຍຄົນຈະຮູ້ດີແລ້ວວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ຮອບນີ້ຖືວ່າລະບາດໜັກຫຼາຍ ແລະ ພະຍາດນີ້ຍັງມີການກາຍພັນຂອງພະຍາດທີ່ສົ່ງຜົນຮ້າຍແຮງກວ່າຮອບທີ່ຜ່ານມາ ນ້ອງເອງໃນນາມຄົນຂອງສັງຄົມຄົນຫນຶ່ງ ຮູ້ສຶກເປັນຫ່ວງ ແລະ ວິຕົກກັງວົນຫຼາຍກັບການແຜ່ລະບາດໃນຄັ້ງນີ້ ແລະ ບີ້ເອງກໍເຮັດໄດ້ພຽງປ້ອງກັນຕົນເອງ ແລະ ເປັນກະບອກສຽງໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ກັບທຸກຄົນ”

ສໍາລັບ ບີ້ ແລະ ຄອບຄົວກໍກຽມຄວາມພ້ອມ ແລະ ມີສະຕິປ້ອງກັນຕົນເອງຢູ່ຕະຫຼອດເວລາ ໂດຍການໝັ່ນລ້າງມືເປັນປະຈຳ ຮັກສາໄລຍະຫ່າງ ເວລາກິນເຂົ້າກໍແຍກກັນ ໃສ່ຜ້າປິດປາກເມື່ອພົບກັບຄົນພາຍນອກ

ສິ່ງສໍາຄັນເລີຍ ຖ້າຈຳເປັນຕ້ອງອອກໄປນອກບ້ານ ຫຼັກໆເລີຍແມ່ນຕ້ອງໃສ່ໜ້າກາກອະນາໄມ ແລະ ໜ້າກາກໃສເພື່ອປ້ອງກັນລະອອງຕ່າງໆ ທີ່ສຳຄັນແມ່ນພົກເຈວລ້າງມືໄປນຳທຸກສະຖານທີ່ ພ້ອມທັງສະເປຂ້າເຊື້ອໄວ້ສີດບ່ອນທີ່ຕ້ອງຈັບບາຍ.

ເນື່ອງຈາກເກີດວິກິດການນີ້ ກໍຖືວ່າໄດ້ມີເວລາໃຫ້ຕົນເອງ ແລະ ຄອບຄົວຫຼາຍຂຶ້ນ ຢຸດກິນອາຫານທີ່ຈະເປັນການສ່ຽງເຮັດໃຫ້ບໍ່ສະບາຍ ເຊັ່ນ: ຂອງເຢັນ ແລະ ອາຫານລົດຈັດ, ເລືອກກິນອາຫານທີ່ມີປະໂຫຍດ ພັກຜ່ອນໃຫ້ພຽງພໍ ແລະ ດື່ມນ້ຳຫຼາຍໆ

ສຸດທ້າຍຢາກໃຫ້ທຸກຄົນມີສະຕິລະວັງຕົວປ້ອງກັນຕົນເອງຢູ່ຕະຫຼອດເວລາ ຢ່າຖືເບົາ ເພາະພະຍາດເປັນສິ່ງທີ່ເຮົາແນມບໍ່ເຫັນ ແລະ ຢາກຝາກຢໍ້າຕື່ມກໍຄື ການເສບຂໍ້ມູນຂ່າວສານຕ່າງໆ ຄວນມີສະຕິ ແລະ ວິຈາລະນະຍານໃນການຮັບເອົາຂໍ້ມູນ ຄວນກັ່ນຕອງຂ່າວສານກ່ອນບອກຕໍ່ໆກັນໄປ ແລະ ຄວນເສບຂ່າວຕາມສື່ທີ່ໜ້າເຊື່ອຖືໄດ້ເທົ່ານັ້ນ

ສະໜັບສະໜູນໂດຍທະນາຄານອິນໂດຈີນ