ການ ສົ່ງອອກເຂົ້າ-ກາເຟ ຂອງຫວຽດນາມ ໃນ 4 ເດືອນທຳອິດຂອງປີນີ້ຫຼຸດລົງ

381

ສູນສະຖິຕິ (GSO) ຂອງຫວຽດນາມລາຍງານວ່າ: ການສົ່ງອອກກາເຟຂອງຫວຽດນາມໃນ 4 ເດືອນທຳອິດຂອງປີນີ້ຫຼຸດລົງ 17,6% ເມື່ອທຽບປີຕໍ່ປີ, ຂະນະທີ່ການສົ່ງອອກເຂົ້າຫຼຸດລົງ 10,8% ເມື່ອທຽບປີຕໍ່ປີ.


ລາຍງານລະບຸວ່າ: ລາຍໄດ້ຈາກການສົ່ງອອກກາເຟຂອງຫວຽດນາມ ເຊິ່ງເປັນຜູ້ຜະລິດກາເຟໂຣບັສຕ້າ ລາຍໃຫຍ່ທີ່ສຸດຂອງໂລກ ໃນ 4 ເດືອນທຳອິດຂອງປີນີ້ມີມູນຄ່າ 1,02 ພັນລ້ານໂດລາ ຫຼຸດລົງ 11,6% ເມື່ອທຽບປີຕໍ່ປີ, ສ່ວນການສົ່ງອອກກາເຟໃນເດືອນເມສາມີປະມານ 110.000 ໂຕນ ມູນຄ່າ 209 ລ້ານໂດລາ.


ສ່ວນການສົ່ງອອກເຂົ້າກໍຫຼຸດລົງ 10,8% ເມື່ອທຽບປີຕໍ່ປີ ຢູ່ທີ່ 1,89 ລ້ານໂຕນ ແຕ່ຄາດວ່າລາຍໄດ້ຈາກການສົ່ງອອກເຂົ້າຈະເພີ່ມຂຶ້ນ 1,2% ເມື່ອທຽບປີຕໍ່ປີ ຢູ່ທີ່ 1,01 ພັນລ້ານໂດລາ, ສ່ວນການສົ່ງອອກເຂົ້າໃນເດືອນເມສາ ບັນລຸ 7 ແສນໂຕນ ມູນຄ່າ 362 ລ້ານໂດລາ.


ຂະນະທີ່ການສົ່ງອອກນ້ຳມັນດິບໃນ 4 ເດືອນທຳອິດຂອງປີນີ້ ກໍຫຼຸດລົງ 38,5% ເມື່ອທຽບປີຕໍ່ປີ ຢູ່ທີ່ 1,05 ລ້ານໂຕນ, ຂະນະທີ່ລາຍໄດ້ຈາກການສົ່ງອອກນ້ຳມັນໃນຊ່ວງດັ່ງກ່າວຄາດວ່າຈະຫຼຸດລົງ 16,7% ເມື່ອທຽບປີຕໍ່ປີ ຢູ່ທີ່ 487 ລ້ານໂດລາ.