ມື້ດຽວ ລາວ ມີຜູ້ຕິດ ໂຄວິດ-19 ຈຳນວນ 88 ຄົນ ໃນວັນທີ 24 ເມສາ 2021 ຕົວເລກສະສົມປັດຈຸບັນ 247 ຄົນ

863

ມາຮອດປະຈຸບັນ ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ໃນວັນທີ 24 ເມສາ 2021 ກວດພົບຜູ້ຕິດເຊື້ອ ອີກ 88 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 84 ຄົນ; ບໍ່ແກ້ວ 2 ຄົນ ແລະ ຢູ່ແຂວງຈຳປາສັກ 2 ຄົນ ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 247 ຄົນ(ປິ່ນປົວດີ 49 ຄົນ, ຍັງນອນປິ່ນປົວ198ຄົນ).


ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ; ທ່ານ ດຣ. ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມພະຍາດຕິດຕໍ່; ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ; ທ່ານ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 24 ເມສາ ປີ 2021.


ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມພະຍາດຕິດຕໍ່ ໄດ້ກ່າວວ່າ: ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ວັນທີ 23 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 3.202 ຄົນ: ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.866 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 47 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1.133 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ ໂຄວິດ-19 ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.
ການຕິດຕາມການຈຳກັດບໍລິເວນ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 48 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.661 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19. ການເກັບຕົວຢ່າງຊອກຫາເຊື້ອ ໂຄວິດ-19 ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.012 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 88 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ. ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 153.075 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 247 ຄົນ.

ກໍລະນີຢັ້ງຢືນທີ 163 ເພດຍິງ, ອາຍຸ 32ປີ  ສັນຊາດ ລາວ, ອາຊີບ ຫວ່າງງານ, ປັດຈຸບັນຢູ່ບ້ານຫ້ວຍຊາຍເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ; ສຳຜັດກັບໝູ່ ຂອງກໍລະນີທີ 090 ທີ່ແຂວງບໍ່ແກ້ວ ວັນທີ 22 ເມສາ 2021 ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ.
ວັນທີ 13 ເມສາ 2021 ຜູ້ກ່ຽວ ໄປການຕາມປົກກະຕິ ແລະ ຕອນແລງ ໄປກິນເຂົ້າຢູ່ເຮືອນປ້າ (ບ້ານຂອນແກນ)
ວັນທີ 14 ເມສາ 2021 ຜູ້ກ່ຽວ ໄດ້ໄປກິນເຂົ້າ ຢູ່ເຮືອນອາວ (ບ້ານໜອງຊາຍ) ຕອນແລງກໍ່ກັບບ້ານ

ວັນທີ 15 ເມສາ 2021 ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນອ້າຍ (ບ້ານປາກຮາບໃຕ້) ແລະ ຕອນແລງ ໄປຫຼີນເຮືອນໝູ່ (ບ້ານຫ້ວຍຊາຍໃຕ້)
ວັນທີ 17 ເມສາ 2021 ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນເຮືອນ (ບ້ານໃໝ່ພູຄາ) ກໍ່ກັບເຮືອນ
ວັນທີ 18 ເມສາ 2021 ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອຄົນຫ້ອງການເມຍ (ບ້ານຂອນແກ້ວ), ຕອນແລງໄປຫຼີ້ນເຮືອນໝູ່ (ບ້ານປາກຮາວເໜຶອ) ກັບໄປກິນເຂົ້າເຮືອນນ້າ (ບ້ານຫ້ວຍຊາຍ)

ວັນທີ 19 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການຕອນແລງ ຢູ່ຕົ້ນເຜີ້ງ ກັບໝູ່ ແລ້ວໄປກິນເຂົ້າຊອຍ ຢູ່ຕະຫລາດສີເມືອງງາມ (ຮ້ານໜ້າຕະຫລາດ) ແລ້ວກັບມາຫ້ວຍຊາຍ ພາກັນໄປກິນເຂົ້າ ຢູ່ກາງເມືອງ (ຮ້ານແປະທາງລົງວັດຈອມເຂົາ) ແລ້ວກັບບ້ານ
ວັນທີ 20 ເມສາ 2021 ຜູ້ກ່ຽວ ໄດ້ໄປຫ້ອງການປະຊຸມ ຢູ່ຊັ້ນ 3 ເລີກແລ້ວ ກັບໝູ່ 02 ຄົນ ໄປກິນເຂົ້າມັນໄກ່ (ບ້ານຫ້ວຍຊາຍເໜຶອ) ແລ້ວ ແວະ ໄປຊື້ນໍ້າອ້ອຍຢູ່ຂ້າງກອງບັນຊາການ ປກສ ແຂວງ ແລ້ວກັບໄປຫ້ອງການ
ວັນທີ 22 ເມສາ 2021 ຜູ້ກ່ຽວ ໄດ້ໄປກວດສຸກຂະພາບຢູ່ພະແນກສາທາລະນະສຸກແຂວງ ແລ້ວກັກໂຕ ຢູ່ເຮືອນ
ວັນທີ 23 ເມສາ 2021 ຜູ້ກ່ຽວ ກໍ່ໄດ້ກັກໂຕຢູ່ເຮືອນ. ປັດຈຸບັນນີ້ຄົນເຈັບ, ນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວ ຢູ່ໂຮງໝໍບໍ່ແກ້ວ

ກໍລະນີຢັ້ງຢືນທີ 164ເພດຍິງ, ອາຍຸ 20, ສັນຊາດລາວ, ອາຊີບ ຫວ່າງງານ; ບ້ານຢູ່ປັດຈຸບັນຜູ້ກ່ຽວ ໄດ້ພັກກັບໝູ່ ຢູ່ອາພັດເມັນສຸວິສາ ຂຶ້ນກັບເມືອງໄຊເສດຖາ ນະຄອນຫລວງວຽງຈັນ,  ມາຈາກບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ (ຜູ້ກ່ຽວ ບໍ່ໄດ້ກັບບ້ານ); ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ.
ວັນທີ 10 ເມສາ 2021 ຜູ້ກ່ຽວໄດ້ໄປຫຼີ້ນ ຢູ່ What Club ແລ້ວກັບມານອນຢູ່ບ້ານພັກນິວມູນ
ວັນທີ 11 ເມສາ 2021 ຜູ້ກ່ຽວໄດ້ໄປ Diamond Karaoke ຕັ້ງຢູ່ບ້ານນາໄຊ, ເມືອງໄຊເສດຖາ
ວັນທີ 13 ເມສາ 2021 ມີໝູ່ (ເພດຍິງ) ໄດ້ຂີ່ຍົນຈາກສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ໂດຍຖ້ຽວບິນການບິນລາວ) ແລະ ຫຼັງຈາກນັ້ນ ໄດ້ຂື້ນລົດຕູ່ ໄປແຂວງບໍ່ແກ້ວ; ເວລາ 16:00 ໂມງ: ຂີ່ລົດຕູ້ຂອງການບິນສະກາຍເວ ໄປແຂວງບໍ່ແກ້ວ ມີ 04 ຄົນລວມທັງຜູ້ກ່ຽວ (ພ/ງຂັບລົດ ແລະ ອີກ 02 ຄົນ ເປັນລາວ ແຕ່ບໍ່ຮູ້ຈັກຄົນ) ແລະ ບໍ່ໄດ້ໃສ່ຜ້າອັດປາກອັດດັງ; ຫຼັງຈາກນັ້ນ ຜູ້ກ່ຽວ ໄດໄປພັກຢູ່ຫ້ອງແຖວກັບກໍລະນີ 090 ຢູ່ແຂວງບໍ່ແກ້ວ

ວັນທີ 14 ເມສາ 2021 ຜູ້ກ່ຽວມີອາການໄອ, ເຈັບຄໍ ແລະ ເມື່ອຍ ແລະ ພັກຢູ່ຫ້ອງແຖວ ກັບຄົນເຈັບຕິດເຊື້ອກໍລະນີທີ່ 090 ທີ່ແຂວງບໍ່ແກ້ວ
ວັນທີ 16 ເມສາ 2021 ຜູ້ກ່ຽວມີອາການໄຂ້ ແລ້ວກິນຢາ paracetamol ມີຢາຢູ່ຫ້ອງແຖວ ແລະ ບໍ່ໄດ້ໄປຊື້ຢາກິນເອງ
ວັນທີ 18 ເມສາ 2021 ຜູ້ກ່ຽວມີອາການດິຂື້ນ ແລະ ໄປຮ່ວມສູ່ຂ້ວນ ຢູ່ບ້ານວຽງໃໝ່ ແຂວງບໍ່ແກ້ວ ກັບກໍລະນີທີ່ 090
ວັນທີ 20 ເມສາ 2021 ຜູ້ກ່ຽວ ໄດ້ໄປຫຼີ້້ນກັບໝູ່ ພ້ອມທັງກໍລະນີຕິດເຊື້ອທີ່ 090 ຢູ່ບ້ານໝຸ່ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ
ວັນທີ 21 ເມສາ 2021 ເວລາ 07: 30ໂມງ ຂຶ້ນລົດຕູ້ຂອງສາຍການບິນສະກາຍເວ ຈາກແຂວງບໍ່ແກ້ວ ຫາແຂວງນໍ້າທາ ເວລາ 16:00 ໂມງ ຜູ້ກ່ຽວ ໄດ້ຂຶ້ນຍົນ ຢູ່ສະໜາມບິນແຂວງຫລວງນໍ້າທາ ຫາສະໜາມນະຄອນຫລວງວຽງຈັນ ແລ້ວມາພັກກັບໝູ່ ຢູ່ແຖວທາດຫລວງ ອາພາດເມັນສຸວິສາ ເມືອງໄຊເສດຖາ ແລ້ວຂີ່ລົດຕັກຊີ ໄປດັດແກ້ແຂ້ວ ຢູ່ຄຼີນິກດົງໂດກໃຊ້ເວລາ 10 ນາທີ.
ວັນທີ 21-22 ເມສາ 2021 ຜູ້ກ່ຽວ ໄດ້ກັກໂຕ ຢູ່ ສູນຫຼັກ 27 ເມືອງໄຊທານີ ນະຄອນຫລວງວຽງຈັນ