ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ໃຫ້ກຳລັງໃຈພະນັກງານແພດໝໍ ແລະ ຊີ້ນຳວຽກງານຕ້ານໂຄວິດ-19 ທີ່ໂຮງໝໍມິດຕະພາບ

598

ໃນຕອນເຊົ້າ ວັນທີ 24 ເມສາ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ໃຫ້ກຳລັງໃຈພະນັກງານແພດໝໍທີ່ປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງ ພ້ອມທັງກວດກາ-ຊີ້ນຳວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19, ໂດຍມີການນຳຂອງກະຊວງສາທາລະນະສຸກ, ແລະ ໂຮງໝໍມິດຕະພາບ ໃຫ້ການຕ້ອນຮັບ.


ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ກຳລັງປິ່ນປົວຢູ່ໂຮງໝໍຕ່າງໆ; ໄດ້ຮັບຟັງການລາຍງານກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ດ້ານສະຖານທີ່ຮອງຮັບ, ຢາປິ່ນປົວ, ວັກແຊັງປ້ອງກັນ, ນໍ້າຢາກວດເຊື້ອພະຍາດ, ອຸປະກອນການແພດຕ່າງໆ ລວມທັງ ແຜນການດ້ານວິຊາການ, ການປະຕິບັດນະໂຍບາຍຕໍ່ພະນັກງານແພດໝໍ, ຄວາມຫຍຸ້ງຍາກຕ່າງໆ ແລະ ອື່ນໆ.


ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍພະນັກງານແພດໝໍ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນການເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ດ້ວຍຄວາມອົດທົນພະຍາຍາມ, ເສຍສະຫຼະສູງ ແລະ ມີຜົນສຳເລັດດີສົມຄວນ. ອັນສຳຄັນ, ທ່ານໄດ້ຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານ ເປັນຕົ້ນ ໃຫ້ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດ ຄຳສັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໂດຍສະເພາະວຽກງານກວດກາ ແລະ ຈຳກັດການເຄື່ອນໄຫວໄປມາຂອງຜູ້ຄົນໃນເຂດທີ່ມີຄວາມສ່ຽງສູງ ກໍຄືບັນດາບ້ານທີ່ມີຜູ້ຕິດເຊື້ອພະຍາດ;


ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງແຜນທົດລອງ ນຳຜູ້ຕິດເຊື້ອ ທີ່ມີອາການເບົາບາງໄປປິ່ນປົວຢູ່ນອກໂຮງໝໍ ກໍຄືບ່ອນທີ່ມີເງື່ອນໄຂສະດວກຂອງຄອບຄົວຜູ້ຕິດເຊື້ອ ແຕ່ຢູ່ພາຍໃຕ້ການປິ່ນປົວ, ແນະນຳ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມແອອັດ ການປິ່ນປົວຢູ່ໂຮງໝໍ ໃນກໍລະນີມີການລະບາດຫຼາຍ ໃນຕໍ່ໜ້າ;
ເອົາໃຈໃສ່ເບິ່ງແຍງການປະຕິບັດໜ້າທີ່ ແລະ ການດຳລົງຊີວິດ ຂອງພະນັກງານແພດໝໍໃຫ້ດີ, ໃຫ້ມີສຸຂະພາບແຂງແຮງ, ຮັບປະກັນ ສາມາດປະຕິບັດໜ້າທີ່ໄດ້ດີຢ່າງຕໍ່ເນື່ອງ, ລວມທັງການປະຕິບັດນະໂຍບາຍຕໍ່ເຂົາເຈົ້າຕາມເງື່ອນໄຂ ແລະ ເວລາທີ່ເໝາະສົມ;


ສືບຕໍ່ສີດຢາຂ້າເຊື້ອໃນບັນດາບໍລິເວນທີ່ຜູ້ຕິດເຊື້ອໄດ້ໄປເຄື່ອນໄຫວ; ສືບຕໍ່ສັກວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ໄວ ໂດຍໃຫ້ມີລັກສະນະຍາດແຍ່ງ ແລະ ສູ້ຊົນຫຼາຍກວ່າເກົ່າ; ໃຫ້ສະໜອງ ແລະ ເປີດເຜີຍຂໍ້ມູນຜູ້ຕິດເຊື້ອທີ່ຈຳເປັນໃຫ້ແກ່ທ້ອງຖິ່ນຜູ້ຕິດເຊື້ອອາໄສຢູ່ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ ເພື່ອສາມາດປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂໄດ້ຢ່າງທັນການ ແລະ ຖືກຕ້ອງ;
ໃຫ້ສະເໜີແຜນຕ່າງໆ ທີ່ເປັນທາງການໄວ ເປັນຕົ້ນແຜນຄວາມຕ້ອງການຕ່າງໆ, ແຜນການເຄື່ອນໄຫວວຽກງານຕ່າງໆ ທີ່ເປັນອັນໃໝ່; ດຳເນີນຂັ້ນຕອນຕ່າງໆ ໃນການແກ້ໄຂ ແລະ ຊ່ວຍເຫຼືອບັນດາພາກເອກະຊົນທີ່ມີເງື່ອນໄຂ ແລະ ສະເໜີເຈດຈຳນົງ ຢາກຊື້ວັກແຊັງປ້ອງກັນພະຍາດມາສັກໃຫ້ພະນັກງານຂອງຕົນ ແລະ ຊ່ວຍເຫຼືອລັດຖະບານໃຫ້ໄວ ແລະ ທັນສະພາບການ; ເອົາໃຈໃສ່ເຮັດວຽກໂຄສະນາເຜີຍແຜ່ ໃຫ້ແຂງແຮງກວ່າເກົ່າ ໃນນັ້ນດ້ານເນື້ອໃນໃຫ້ເພີ່ມຄວາມຮູ້ກ່ຽວກັບການປ້ອງກັນ, ການປິ່ນປົວຂັ້ນພື້ນຖານ, ລວມທັງການປຸກລະດົມປະຕິບັດພັນທະ ແລະ ການມີສ່ວນຮ່ວມຂອງສັງຄົມ ໃຫ້ສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ເຂົ້າຮ່ວມຫຼາຍກວ່າເກົ່າ.


ນອກຈາກນີ້, ທ່ານ ພັນຄຳ ວິພາວັນ ແລະ ຄະນະ ໄດ້ສືບຕໍ່ໄປກວດກາເບິ່ງສະຖານທີ່ເພື່ອກະກຽມຄວາມພ້ອມ ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີທີ່ມີການແຜ່ລະບາດຫຼາຍຢູ່ສະໜາມກິລາລ້ານຊ້າງ (ສະໜາມກິລາໃນຮົ່ມ) ທີ່ບ້ານດອນກອຍ ເມືອງສີສັດຕະນາກ ຊຶ່ງເປັນໜຶ່ງສະຖານທີ່ ທີ່ມີຄວາມເໝາະສົມ.
ຂ່າວ: ສຸພາລັກ