ນາຊາ ປະສົບຜົນສຳເລັດ ສົ່ງເຮລີຄ໊ອບເຕີລົງຈອດຢູ່ດາວອັງຄານ

729
In this image made available by NASA, the Mars Ingenuity helicopter hovers above the surface of the planet during its second flight on Thursday, April 22, 2021. (NASA/JPL-Caltech/ASU/MSSS via AP)

ສຳນັກຂ່າວເອພີລາຍງານເມື່ອວັນທີ 19 ເມສາຜ່ານມາວ່າ: ອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດຂອງສະຫະລັດອາເມຣິກາ (ນາຊາ) ໄດ້ເຜີຍແຜ່ຄລິບ ຜົນສຳເລັດໃນການນຳເຮລີຄ໊ອບເຕີທີ່ມີຊື່ວ່າ “Ingenuity” ເຊິ່ງມີນ້ຳໜັກພຽງແຕ່ 4 ປອນ ຫຼື 1,8 ກິໂລກຣາມ ຂຶ້ນບິນ ແລະ ລົງຈອດຢູ່ດາວອັງຄານໄດ້ສຳເລັດ ເຊິ່ງເປັນເຮລີຄ໊ອບເຕີລຳທຳອິດ ທີ່ສາມາດຂຶ້ນບິນ ແລະ ລົງຈອດຢູ່ດາວອັງຄານໄດ້.


ໃນຄລິບໄດ້ບັນທຶກໂດຍກ້ອງທີ່ມີຄວາມລະອຽດສູງ ເຊິ່ງຕິດຕັ້ງຢູ່ທີ່ຫົວຍານຫຸ່ນຍົນສຳຫຼວດ “Perseverance” ໂດຍເຮລີຄ໊ອບເຕີໄດ້ບິນຂຶ້ນສູງຈາກພື້ນຜິວດາວອັງຄານໃນລະດັບໜຶ່ງ ທ່າມກາງກະແສລົມທີ່ມີຄວາມໄວປະມານ 22 ກິໂລແມັດ/ຊົ່ວໂມງ ກ່ອນຈະລົງຈອດພື້ນຜິວດາວອັງຄານ.


ຜົນສຳເລັດຄັ້ງນີ້ ຖືວ່າເປັນຄັ້ງປະຫວັດສາດຂອງໂລກ ທີ່ຍານລຳໜຶ່ງສາມາດຄວບຄຸມການເຄື່ອນຕົວຂອງຍານອີກລຳໜຶ່ງຢູ່ເທິງດາວດວງອື່ນໄດ້ສຳເລັດ.

ຮູບ: AP