ເຮືອດຳນ້ຳອິນໂດເນເຊຍ ສູນຫາຍ ພ້ອມທະຫານເຮືອ 53 ຄົນ

431

ສຳນັກຂ່າວເອພີລາຍງານເມື່ອວັນທີ 21 ເມສາຜ່ານມາວ່າ ທ່ານ ພົນເອກ ຮາດີ ຕາຍາຢັນໂຕ ຜູ້ບັນຊາການທະຫານສູງສຸດຂອງອິນໂດເນເຊຍເປີດເຜີຍວ່າ: ເຮືອດຳນ້ຳ KRI Nanggala 402 ທີ່ເຂົ້າຮ່ວມການຝຶກຊ້ອມຍຸດທະວິທີ ໄດ້ຂາດການຕິດຕໍ່ກັບສູນບັນຊາການ, ເບື້ອງຕົ້ນຄາດວ່າ ເຮືອຈະເສຍການຄວບຄຸມ ແລະ ດຳລົງໃນທະເລເລິກທີ່ບໍລິເວນເກາະບາຫຼີ.


ທ່ານ ກ່າວອີກວ່າ: ຫຼັງຂາດການຕິດຕໍ່ ກອງທັບເຮືອອິນໂດເນເຊຍໄດ້ໃຊ້ເຮືອຫຼາຍລຳ ພ້ອມທະຫານອອກຄົ້ນຫາໃນນ່ານນ້ຳບໍລິເວນເກາະບາຫຼີ, ພ້ອມທັງຂໍຄວາມຊ່ວຍເຫຼືອຈາກສິງກະໂປ ແລະ ອົດສະຕຣາລີທີ່ມີເຮືອກູ້ໄພເຮືອດຳນ້ຳ.

ສື່ມວນຊົນອິນໂດເນເຊຍລາຍງານວ່າ ກອງທັບເຮືອອິນໂດເນເຊຍ ເຊື່ອວ່າ ເຮືອນັງກາລາ 402 ຈົມລົງສູ່ຮ່ອງນ້ຳໃຕ້ທະເລໃນລະດັບຄວາມເລິກ 700 ແມັດ ຈາກລະດັບຜິວນ້ຳ ເບື້ອງຕົ້ນຍັງບໍ່ມີຂໍ້ມູນທີ່ເຮືອສູນຫາຍ.


ເຮືອດຳນ້ຳ ນັງກາລາ ຜະລິດທີ່ເຢຍລະມັນ ແລະ ນຳເຂົ້າມາປະຈຳການໃນກອງທັບເຮືອ ຂອງອິນໂດເນເຊຍໃນຊຸມປີ 1980 ເປັນຕົ້ນມາ, ເຮືອລຳດັ່ງກ່າວກຳລັງເຂົ້າຝຶກຊ້ອມຍິງຂີປານາວຸດໃນວັນທີ 22 ເມສາຜ່ານມາ ແຕ່ຂາດການຕິດຕໍ່ໄປສາກ່ອນ.

ປັດຈຸບັນ ກອງທັບເຮືອອິນໂດເນເຊຍມີເຮືອດຳນ້ຳທັງໝົດ 5 ລຳ ແລະ ກຳລັງຈະຊື້ມາເພີ່ມອີກ 3 ລຳໃນປີ 2024 ລວມເປັນ 8 ລຳ ເພື່ອເຮັດໃຫ້ກອງທັບເຮືອອິນໂດເນເຊຍເຂັ້ມແຂງຂຶ້ນກວ່າເກົ່າ.