ກຳປູເຈຍ ເອົາຫໍປະຊຸມ ເປັນໂຮງໝໍພາກສະໜາມ ອີກແຫ່ງ

232

ສຳນັກຂ່າວຕ່າງປະເທດ ລາຍງານ ໂດຍອ້າງການເປີດເຜີຍຂອງກະຊວງສາທາລະນະສຸກກຳປູເຈຍໃຫ້ຮູ້ວ່າ: ກຳປູເຈຍໄດ້ຕັດສິນໄຈເອົາຫໍປະຊຸມພຣີເມຍ ເຊັນເຕີ ແສນສຸກ ເປັນໂຮງໝໍພາກສະໜາມ ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງສາມາດຮອງຮັບຜູ້ຕິດເຊື້ອໄດ້ປະມານ 1.500 ຄົນ.

ກ່ອນໜ້ານີ້ ລັດຖະບານກຳປູເຈຍໄດ້ປະກາດນຳໃຊ້ຫໍປະຊຸມ ເກາະພີຊ ຄອນເວັນເຊິນ ແອນ ເອັກຊ໌ຊີບີເຊິນ ເຊັນເຕີ ເປັນໂຮງໝໍພາກສະໜາມມາແລ້ວ ເຊິ່ງສາມາດຮອງຮັບຜູ້ຕິດເຊື້ອໄດ້ປະມານ 1.800 ຄົນ. ສ່ວນຢູ່ນະຄອນຫຼວງພະນົມເປັນ ແລະ ເຂດໃກ້ຄຽງຍັງຢູ່ພາຍໃຕ້ມາດຕະການ ລັອກດາວ ມາແຕ່ວັນພະຫັດ ວັນທີ 15 ເມສາຜ່ານມາ ໂດຍຫ້າມປະຊາຊົນອອກຈາກທີ່ຢູ່ອາໄສເປັນເວລາ 2 ອາທິດ ຍົກເວັ້ນຜູ້ທີ່ມີວຽກຈຳເປັນເທົ່ານັ້ນ.

ທັງນີ້ ໃນໄລຍະ 2 ເດືອນມານນີ້ ກຳປູເຈຍໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍເມື່ອວັນອາທິດ ທີ 18 ເມສາຜ່ານມາ ກວດພົບຜູ້ຕິດເຊື້ອລາຍໃໝ່ສູງເຖິງ 618 ຄົນ, ສົ່ງຜົນເຮັດໃຫ້ມີຜູ້ຕິດເຊື້ອສະສົມເພີ່ມເປັນ 6.389 ຄົນ ແລະ ເສຍຊີວິດ 43 ຄົນ.