ພິດໂຄວິດ ເຮັດໃຫ້ທຸລະກິດຂະໜາດນ້ອຍ 2 ແສນກວ່າແຫ່ງໃນອາເມຣິກາປິດກິດຈະການຖາວອນ

226

ສຳນັກຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງສະຫະລັດອາເມຣິກາ (ເຟດ) ໄດ້ເປີດເຜີຍຜົນສຳຫຼວດໃຫ້ຮູວ່າ: ທຸລະກິດຂະໜາດນ້ອຍຢູ່ໃນສະຫະລັດອາເມຣິກາ 2 ແສນກວ່າແຫ່ງໄດ້ປິດກິດຈະການຢ່າງຖາວອນໃນປີ 2020 ຜ່ານມາ ເຊິ່ງເປັນປີທຳອິດທີ່ເກີດການລະບາດຂອງພະຍາດໂຄວິດຢ່າງໜັກໜ່ວງໃນອາເມຣິກາ.


ຜົນສຳຫຼວດລະບຸວ່າ: ຮ້ານຕັດຜົມ ແລະ ທຸລະກິດໃຫ້ບໍລິການສ່ວນບຸກຄົນອື່ນໆ 1 ແສນກວ່າແຫ່ງໄດ້ປິດກິດຈະການລົງຢ່າງຖາວອນນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ຜົນສຳຫຼວດຍັງຊີ້ໃຫ້ເຫັນວ່າ ທຸລະກິດຂະໜາດນ້ອຍຈຳນວນຫຼວງຫຼາຍໃນອາເມຣິກາ ຍັງຄົງປະເຊີນກັບຄວາມຫຍຸ້ງຍາກໃນການປະຄອງໃຫ້ຢູ່ລອດ.

ແຕ່ຕົວເລກທີ່ເຟດສຳຫຼວດຄັ້ງນີ້ ຍັງໜ້ອຍກວ່າທີ່ນັກເສດຖະສາດບາງສຳນັກທີ່ເຮັດຜົນສຳຫຼວດກ່ອນໜ້ານີ້ທີ່ປະເມີນວ່າ ມີທຸລະກິດຂະໜາດນ້ອຍບໍ່ຕ່ຳກວ່າ 4 ແສນແຫ່ງໃນອາເມຣິກາຕ້ອງປິດກິດຈະການລົງໃນຊ່ວງ 3 ເດືອນທຳອິດຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເນື່ອງຈາກມາດຕະການຊ່ວຍເຫຼືອຂອງລັດຖະບານຫຼ້າຊ້າ.


ແນວໃດກໍຕາມ ນັກວິໄຈຂອງເຟດລະບຸວ່າ: ການປິດກິດຈະການຂອງຫົວໜ່ວຍທຸລະກິດໃນອາເມຣິກາ ມີທ່າອ່ຽງຕໍ່າກວ່າໃນຊ່ວງທຳອິດຂອງການແຜ່ລະບາດ