ຍັງມີຮ້ານອາຫານ-ບັນເທີງ ລະເມີດແຈ້ງການຂອງຄະນະສະເພາະກິດປ້ອງກັນໂຄວິດ-19 ຖືກເຈົ້າໜ້າທີ່ເອີ້ນມາຕັກເຕືອນ

174

ອີງຕາມການລາຍງານຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 17 ເມສາ 2021 ເວລາ 21 ໂມງ 55 ນາທີ ເຈົ້າໜ້າທີ່ພະແນກຕຳຫຼວດທ່ອງທ່ຽວ ສົມທົບກັບກອງພັນປ້ອງກັນເຄື່ອນທີ່, ປກສ ເມືອງສີສັດຕະນາກ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາລາດຕະເວນພົບເຫັນ ຮ້ານອາຫານ ເຍົາວະຣາດ 2 ຕັ້ງຢູ່ທາງຕັດໃໝ່ ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການທີ່ຂັດກັບຄຳແນະນຳເພີ່ມເຕີມ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເລກທີ 3443/ສພກ ລົງວັນທີ 12 ເມສາ 2021 ແລະ ລະເມີດຕໍ່ແຈ້ງການ ເລກທີ 0483/ຖວທ.ນວ.

ສະນັ້ນເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາເອກະສານນຳເຈົ້າຂອງຮ້ານຊື່ ທ້າວ ທັດສອນ ສຸດດາຣານິ ເຫັນວ່າບໍ່ມີໃບອະນຸຍາດດຳເນີນທຸລະກິດ ຈຶ່ງສ້າງບົດບັນທຶກກ່າວເຕືອນ ແລະ ໃຫ້ປິດບໍລິການຈົນຮອດວັນທີ 30 ເມສາ 2021 ຈົນກວ່າຈະມີຄຳສັ່ງ, ແຈ້ງການໃຫ້ສາມາດເປີດບໍລິການໄດ້ ພ້ອມທັງແນະນຳໃຫ້ໄປຂໍໃບອະນຸຍາດດຳເນີນທຸລະກິດຈາກພາກ ສ່ວນທີ່ກ່ຽວຂ້ອງກ່ອນຈຶ່ງສາມາດເປີດໃຫ້ບໍລິການໄດ້.

ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດ, ຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດກາເຟຕ່າງໆ ໃຫ້ປິດສະຖານທີ່ໃຫ້ບໍລິການຂອງຕົນ ເພື່ອປ້ອງກັນສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ມີການແຜ່ລະບາດໃນປະເທດເຮົາ ກໍ່ຄືຢູ່ນະຄອນຫຼວງວຽງຈັນ ແລະ ຕໍ່ກັບຜູ້ລະເມີດຖ້າກວດພົບແມ່ນໃຫ້ເຮັດບົດບັນທຶກກ່າວເຕືອນ, ຖ້າຍັງສືບຕໍ່ແມ່ນໃຫ້ຢຶດໂຈະໃບທະບຽນ, ປິດກິດຈະການ ພ້ອມທັງປັບໃໝຕາມບຽບການ ແລະ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງຊ່ວຍກັນເປັນຫູເປັນຕາ ຖ້າພົບເຫັນວ່າສະຖານທີ່ໃດຫາກມີການລະເມີດຕາມໜັງສືແຈ້ງການ, ແລະ ມີການຊຸມນຸມທີ່ເປັນຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 13-30 ເມສາ 2021 ໃຫ້ແຈ້ງເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.