ກອງປະຊຸມລັດຖະບານຄັ້ງປະຖົມມະລືກ ຈະພິຈາລະນາຮັບຮອງ 5 ເອກະສານສຳຄັນ

387

ກອງປະຊຸມຄັ້ງປະຖົມມະລືກຂອງລັດຖະບານ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 8 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແລະ ມີບັນດາສະມາຊິກລັດຖະບານ ຊຸດທີ IX ເຂົ້າຮ່ວມຢ່າງພ້ອມພຽງ, ໃນນີ້ແມ່ນປະຕິບັດຕາມທີ່ທ່ານນາຍົກໄດ້ກ່າວໃນກອງປະຊຸມສະພາແຫ່ງຊາດ ຊຸດທີ IX ຄືເອົາການແກ້ໄຂບັນຫາເສດຖະກິດ – ການເງິນ ແລະ ຢາເສບຕິດທີ່ເປັນຕົວທຳລາຍຊັບພະຍາກອນມະນຸດຂອງປະເທດເຮົາມາເປັນວາລະແຫ່ງຊາດ.

ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງທຳອິດຂອງລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດ ຊຸດທີ IX ໄດ້ເຫັນດີຮັບຮອງເອົາກົງຈັກຂອງລັດຖະບານ ຊຸດທີ IX ເຊິ່ງປະກອບມີ 17 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ ແລະ ສະມາຊິກລັດຖະບານ ທັງໝົດ 21 ທ່ານ ຍິງ 3 ທ່ານ.

อาจเป็นรูปภาพของ 2 คน, ผู้คนกำลังยืน และสถานที่ในร่ม

ກອງປະຊຸມຄັ້ງນີ້ຈະດໍາເນີນເປັນເວລາ 2 ວັນ ຄື: ວັນທີ 8 ແລະ 9 ເມສາ 2021 ເຊິ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:

1. ເຜີຍແຜ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ

2. ຮ່າງແຜນດຳເນີນງານຂອງລັດຖະບານ ຊຸດທີ IX ໄລຍະ 5 ປີ ແຕ່ປີ 2021 – 2025

3. ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX

4. ຮ່າງເອກະສານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ.

5. ຮ່າງເອກະສານວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2021 – 2025.

ພິເສດ, ໃນຕອນທ້າຍຂອງກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ.

ໃນໂອກາດກ່າວໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້, ຄວາມສາມາດເຂົ້າໃນການຄົ້ນຄວ້າພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ກົງໄປກົງມາ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມກົດໝາຍເຂົ້າໃນແຕ່ລະຫົວຂໍ້ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແລະ ໃຫ້ສົມກັບ ຄວາມມຸ່ງຫວັງຂອງປະຊາຊົນລາວບັນດາເຜົ່າທີ່ຢາກເຫັນ ແລະ ຢາກໃຫ້ລັດຖະບານ ຊຸດທີ IX ເປັນລັດຖະບານທີ່ ເວົ້າແທ້, ທໍາຈິງ, ດຸໝັ່ນ, ຊື່ສັດ, ປະຢັດ, ອົດທົນ ເພື່ອປະຊາຊົນ.