ບໍ່ແກ້ວ ປະດັບຫຼຽນໄຊແຮງງານໃນໂອກາດສະຫຼອງວັນສ້າງຕັ້ງ ປກສ ຄົບຮອບ 60 ປີ

224

ເປັນເວລາ 60 ປີແລ້ວທີ່ໄດ້ປະກາດສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ເຊິ່ງຄວາມຢູ່ເຢັນເປັນສຸກຂອງບ້ານເມືອງແມ່ນພວກເພິ່ນເປັນຜູ້ເບິ່ງແຍງ, ມີກຳລັງ ປກສ ບ້ານເມືອງເຮົາຈິ່ງມີຄວາມສະຫງົບ ອ້າຍນ້ອງຕຳຫຼວດເຮັດໜ້າທີ່ທັງເວນ ແລະຄືນ ເພື່ອປະຊາຊົນ ດັ່ງນັ້ນ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ປກສ ຄົບຮອບ 60 ປີ ແຂວງບໍ່ແກ້ວຈິ່ງຈັດພິທີປະດັບຫຼຽນໄຊແຮງງານແກ່ກົມກອງຕ່າງໆທີ່ໄດ້ອຸທິດຕົນຮັບໃຊ້ປະເທດຊາດຕະຫຼອດມາ.

ພິທີມອບ ແລະ ປະດັບ ຫຼຽນໄຊແຮງງານໄດ້ຈັດຢ່າງສົມກຽດໃນໂອກາດທີ່ແຂວງບໍ່ແກ້ວ ໂຮມຊຸມນຸມສະເຫລີມສະຫລອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊົນ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ໃນວັນທີ 7 ເມສາ 2021 ນີ້ ເຊິ່ງມີຫຼຽນໄຊແຮງານ ,ຫຼຽນກາແຮງງານ ແລະ ຍ້ອງຍໍລັດຖະບານໃຫ້ກົມກອງ, ບຸກຄົນທີ່ມີຜົນງານໃນການປະກອບສ່ວນໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດກໍ່ຄື ແຂວງບໍ່ແກ້ວ ຕະຫຼອດໄລຍະຜ່ານມາ.

ໃນນັ້ນ ມີຫຼຽນໄຊແຮງງານຊັ້ນ 3 ມອບໃຫ້ກົມກອງ 2 ກົມກອງລວມໝູ່ 41ສະຫາຍ ຫຼຽນໄຊແຮງງານຊັ້ນ 3 ມອບໃຫ້ກົມກອງ 4 ກົມກອງລວມໝູ່ 88 ສະຫາຍ, ກ່າວມອບ ແລະ ປະດັບຂອງທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງບໍ່ແກ້ວ ,ຫຼຽນກາແຮງງານມອບໃຫ້ກົມກອງ 4 ກົມກອງລວມໝູ່ 89 ສະຫາຍ,ກ່າວມອບ ແລະ ປະດັບຂອງ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ໃບຍ້ອງຍໍລັດຖະບານ ຈຳນວນ 6 ກົມກອງລວມໝູ່ມີ 150 ສະຫາຍ, ກ່າວມອບຂອງ ທ່ານ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ. ໃບຍ້ອງຍໍຂອງກະຊວງປ້ອງກັນຄວາມສະຫງົບ 372 ສະຫາຍ, ໃບຍ້ອງຍໍຂອງກົມໃຫຍການເມືອງ ປກສ ຈຳນວນ 317 ສະຫາຍ, ກ່າວມອບຂອງ ທ່ານ ອິນສົມ ທຳລາສິນ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ.


ເຂົ້າຮ່ວມຂອງທ່ານ ພົນຈັດຕະວາ ມະລີສານ ແສງຈັນທາ ອາດີດຮອງເລຂາພັກແຂວງ,ອາດີດຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສບຳນານ, ນາຍ ແລະ ພົນຕຳຫລວດ.


ຂ່າວ: ຄຳພັນ ແກ້ວມະນີ