ຄວາມງາມສະກົດທຸກສາຍຕາເລີຍ ເນັ້ນ ສຸດດາລາ ສີລາວົງ ສົມແລ້ວກັບລາງວັນຂວັນໃຈຊ່າງພາບ 

167

ການປະກວດໃນເວທີ Miss World Laos 2021 ກໍໄດ້ສິ້ນສຸດລົງໄປແລ້ວ ແລະ ສາວງາມຜູ້ທີ່ສະກົດສາຍຕາທຸກຄົນ ໂດດເດັ່ນຈົນໄດ້ຮັບລາງວັນຂວັນໃຈຊ່າງພາບ ຖືໄດ້ວ່າງາມສົມກັບລາງວັນອີຫຼີ ມາທໍາຄວາມຮູ້ຈາກກັບເນັ້ນໃຫ້ຫຼາຍຂຶ້ນ ສຸດດາລາ ສີລາວົງ  ໝາຍເລກ 03 ໜຶ່ງໃນຜູ້ເຂົ້າປະກວດຈາກເວທີດັ່ງກ່າວ ປັດຈຸບັນນ້ອງອາຍຸ 21 ປີ ເປັນສາວງາມຈາກແຂວງເໜືອສຸດຂອງລາວຜົ້ງສາລີເຮົານີ້ເອງ.

ເນັ້ນເຄີຍຜ່ານການປະກວດມາແລ້ວເຖິງສອງເວທີດ້ວຍກັນ ເວທີທໍາອິດແມ່ນ ເວທີ  Miss Laos 2020 ເຂົ້າຮອບ 15 ຄົນສຸດທ້າຍ ໄດ້ລາງວັນໜ້າອ່ອນກວ່າໄວ ແລະ ປະກວດເວທີ ໜຸ່ມໝັ່ນພຽນ ສາວຮຽນຮູ້ ແມ່ນໄດ້ຮອງອັນດັບສອງ ຖືໄດ້ວ່າປະສົບການບໍ່ທໍາມະດາເລີຍ.

ເນັ້ນບອກວ່າ ກ່ອນຈະມາເຂົ້າຮ່ວມການປະກວດແມ່ນໄດ້ມີການກຽມພ້ອມຫຼາຍຢ່າງ ທັງກາຍ ແລະ ໃຈ ໂດຍສະເພາະກໍແມ່ນການຮຽນບຸກຄະລິກກະພາບ, ກິລິຍາມາລະຍາດ ,ການຍ່າງ ແລະ ການວາງໂຕຕ່າງໆ ເພື່ອທີ່ຈະໂຊໃຫ້ຄະນະກໍາມະການ ແລະ ແຟນໆນາງງາມໄດ້ເຫັນ ເມື່ອຕອນຮູ້ຜົນວ່ານ້ອງແມ່ນເປັນອີກໜຶ່ງຄົນທີ່ເຂົ້າຮອບ ແມ່ນດີໃຈ ແລະ ພູມໃຈທີ່ສຸດທີ່ຄວາມພະຍາຍາມໃນຄັ້ງນີ້ປະສົບຄວາມສໍາເລັດຂຶ້ນເທື່ອລະກ້າວ.

ສິ່ງທີ່ເປັນກໍາໄລທີ່ໄດ້ຈາກເວທີນີ້ ກໍຄືເມື່ອທຸກຄົນທີ່ມາທີ່ນີ້ໄດ້ຢູ່ຮ່ວມກັນ ເຮັດກິດຈະກໍານໍາກັນໃນໄລຍະຂອງການເກັບໂຕ ແລະ ສິ່ງທີ່ໄດ້ອີກຍ່າງໜຶ່ງກໍຄື ໄມຕີຈິດ ແລະ ມິດຕະພາບທີ່ດີ ພ້ອມທັງໄດ້ປະສົບການ ແລະ ຄວາມຮູ້ຫຼາຍໆຢ່າງທີ່ຫາຈາກບ່ອນອື່ນບໍ່ໄດ້

ສໍາລັບຄະຕິປະຈໍາໃຈແມ່ນ ‘’ ແຂງແຕ່ບໍ່ແຂງກະດ້າງ ອ່ອນໂຍນແຕ່ບໍ່ອອນແອ’’ ເປັນຄະຕິທີ່ໃຊ້ປະຈໍາ ວັນ ເພາະນ້ອງເຊື່ອສະເໜີວ່າຄວາມເຂັ້ມແຂງຈະພາໃຫ້ເຮົາປະສົບຜົນສໍາເລັດໄດ້ ແຕ່ຢູ່ໃນຄວາມເຂັ້ມແຂງນັ້ນກໍຕ້ອງມີຄວາມອ່ອນໂຍນໃນກິລິຍາມາລະຍາດ ການປາກເວົ້າ ທ່າທາງ ທ່າທີຕ່າງໆ ກໍເປັນສິ່ງສໍາຄັນ ເພາະມັນຈະເປັນສິ່ງຊີ້ບອກແລະ ເປັນເຄື່ອງໝາຍຂອງການໃຊ້ຊີວິດໃນສັງຄົມ, ສຳລັບເວທີນາງງາມເນັ້ນເຫັນວ່າຕ້ອງເຮັດໃຫ້ກັບຄະນະກໍາມະການ ແລະ ແຟນໆນາງງາມໄດ້ເຫັນເຖິງຄວາມຮູ້ຄວາມສາມາດ ,ການກ້າສະແດງອອກ ແລະ ມີຄວາມໝັ້ນໃຈໃນຕົນເອງ ເພື່ອສາມາດເປັນຕົວແທນຂອງສາວງາມຫຼາຍຄົນຫາກໄດ້ຮັບເລືອກ.

ກິດຈະກໍາຍາມວ່າງຂອງເນັ້ນ ກໍຄືມັກອ່ານໜັງສືພິມ ອອກກໍາລັງກາຍ ແລະ ເຮັດອາຫານ ໜັງສືທີ່ມັກອ່ານກໍຈະເປັນປະເພດຊ່ວຍພັດທະນາຕົນເອງ ຄວາມຮູ້ຮອບຕົວ ເພາະໜັງສືປະເພດນີ້ຈະຊ່ວຍໃນການສ້າງຄວາມໝັ້ນໃຈ ແລະ ມີການພັດທະນາໃນຫຼາາຍດ້ານ ການອອກກໍາລັງກາຍເປັນສິ່ງໜຶ່ງທີ່ມັກ ເພື່ອຮັກສາສຸຂະພາບ ແລະ ຮ່າງກາຍໃຫ້ດູດີຢູ່ສະເໝີ ສ່ວນອາຫານທີ່ມັກເຮັດກໍຈະເປັນປະເພດທີ່ມີປະໂຫຍດຕໍ່ສຸຂະພາບ ເພາະນ້ອງເຊື່ອວ່າຖ້າມີສຸຂະພາບທີ່ດີ ສິ່ງດີໆກໍຈະຕາມມາເອງ

 

ສຸດທ້າຍຂໍຝາກທຸກຄົນຕິດຕາມ ແລະ ຊ່ວຍກົດໄລ ກົດແຊເພື່ອສະໜັ້ບສະໜູນຜົນງານຂອງນ້ອງຕໍ່ໄປ ສໍາລັບຊ່ອງທາງໃນການຕິດຕາມແມ່ນຜ່ານທາງເຟສບຸກສ່ວນຕົວ Soutdavong Sylavong