ມີສເວີລາວ 2021 ສະຫຼະຕໍາແໜ່ງ ເຫດບໍ່ມີຄວາມສາມາດ ສ່ວນລາຍລະອຽດບໍ່ຂໍຕອບ

307

ການປະກວດ ແລະໄດ້ເປັນຢືນຢູ່ເທິງເວທີໃນນາມໜຶ່ງສາວງາມທີ່ໄດ້ຮັບເລືອກມາເປັນຕົວແທນຂອງປະເທດ ເປັນຄວາມຝັນຂອງຍິງງາມຫຼາຍຄົນ ແຕ່ກັບສາວສຸພາວະດີ ພົງສະຫວັນ Miss World Laos ຄົນຫຼ້າສຸດແມ່ນເພິ່ນຍອມສະຫຼະຕຳແໜ່ງໃຫ້ຜູ້ທີ່ເຫັນວ່າເໝາະສົມມາເປັນເຈົ້າຂອງມຸງກຸດຕໍ່ໄປ.

ຫຼັງຈາກການປະກວດໃນເວທີ Miss world Laos 2021 ໄດ້ປະກາດຜູ້ທີ່ໄດ້ຮັບຕໍາແໜ່ງເປັນ ສຸພາວະດີ ພົງສະຫວັນ ກໍມີກະແສວິພາກວິຈານ ໄປໃນຫຼາຍແງ່ກ່ຽວກັບເລື່ອງຂອງອາຍຸ ແລະ ມີການຂຸດຂຸ້ຍເລື່ອງລາວຕ່າງໆອອກມາ ເຮັດໃຫ້ ສຸພາວະດີ ຕ້ອງອອກມາປະກາດສະຫຼະຕຳແໜ່ງແລ້ວມື້ວານນີ້, ຖືວ່າສາວງາມຄົນນີ້ຜູ້ທີ່ຄອງຕໍາແໜ່ງນາງງາມໃນເວລາສັ້ນທີ່ສຸດພຽງແຕ່ 4 ມື້ເທົ່ານັ້ນ.

ໃນວັນວັນທີ 4 ເມສາ 2021 ສຸພາວະດີ ພົງສະຫວັນ ກໍໄດ້ອອກມາໂພສຜ່ານທາງເຟສບຸກສ່ວນຕົວວ່າ: ຂ້າພະເຈົ້າ ນາງສຸພາວະດີ ພົງສະຫວັນ Miss World Laos 2021 ຂໍສະຫຼະຕໍາແໜ່ງຕັ້ງແຕ່ມື້ເປັນຕົ້ນໄປ ເພາະວ່າບໍ່ມີຄວາມສາມາດ ແລະ ເລື່ອງລະອຽດບໍ່ຂໍຕອບ.

ພ້ອມນີ້ກໍຂໍໂທດທາງກອງປະກວດ ແລະ ຄະນະກຳມະການທຸກໆທ່ານທີ່ໃຫ້ຄວາມໄວ້ວາງໃຈດຳລົງຕໍາແໜ່ງ, ຂອບໃຈພໍ່ແມ່ພີ່ນ້ອງແລະທຸກໆຄົນທີ່ບໍ່ຮູ້ຈັກກັນທີ່ສົ່ງກຳລັງໃຈມາໃຫ້ຕະຫຼອດມາ.

ຕໍ່ມາປະທານຂອງກອງປະກວດ ກໍໄດ້ ໂພສຜ່ານທາງເຟສບຸກສ່ວນຕົວເຊັ່ນດຽວກັນ ໂດຍມີເນື້ອໃນໃຈຄວາມວ່າ: ສະບາຍດີ ຂ້າພະເຈົ້າ ສາຍແກ້ວ ສີດາວົງ ປະທານ ໂຄງການປະກວດ ມີສເວີລາວ 2021

ຂໍແຈ້ງການ ຢ່າງບໍ່ເປັນທາງການ ເນື່ອງຈາກ ນາງງາມ ອັນດັບ 1 ມີສເວີລາວ 2021 ໄດ້ໂພສລົງເຟສບຸກ ສ່ວນຕົວ ກ່ຽວກັບການສະຫລະຕຳແຫນ່ງ ແລະ ຄືນມຸງກຸດໃຫ້ກັບທາງກອງປະກວດ ດ້ວຍເຫດຜົນຫລາຍໆຢ່າງ ທີ່ຜູ້ກ່ຽວຍັງບໍ່ທັນໄດ້ເປີດເຜີຍ. ສະນັ້ນ ໃນນາມ ປະທານໂຄງການປະກວດ ຈີ່ງຂໍປະກາດ ການສິ້ນສຸດ ການດຳລົງຕຳແຫນ່ງ ນາງງາມ ອັນດັບ1 ມີສເວີລາວ 2021 ນະຕອນນີ້. ສ່ວນເອກະສານ ການສິ້ນສຸດຕໍາແຫນ່ງ ແລະ ແຕ່ງຕັ້ງ ນາງງາມຜູ້ໃຫມ່ຂື້ນ ດຳລົງຕຳແຫນ່ງແທນ ແມ່ນຈະມີການແຈ້ງການ ຢ່າງເປັນທາງການອີກເທື່ອຫນື່ງ.

ແຕ່ເຖິງຢ່າງໃດກໍຕາມ, ໃນໂລກນີ້ມີພົບຕ້ອງມີຈາກຕຳແໜ່ງນັ້ນເປັນໄດ້ພຽງຊົ່ວຄາວ ເປັນກຳລັງໃຈໃຫ້ນາງສາວ ສຸພາວະດີ ພົງສະຫວັນ ຈົ່ງສູ້ຕໍ່ໄປ, ສ່ວນສັງຄົມກໍ່ຈົ່ງໃຫ້ອະໄພ ເຮົາມາກຳລັງໃຈກັນດີກວ່ານໍ!