5 ປີຜ່ານມາ GDP ຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວບໍ່ບັນລຸຕາມເປົ້າໝາຍ

382

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ) ໄດ້ລາຍງານກ່ຽວກັບແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ແລະ ແຜນງົບປະມານ 5 ປີ ( 2016 – 2020 ) ຂອງນະຄອນຫຼວງວຽງຈັນ ( ນວ ) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 1 ເມສາ 2021 ໃຫ້ຮູ້ວ່າ: ໄລຍະ 5 ປີຜ່ານມາ ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງ ນວ ໄດ້ເພີ່ມຂຶ້ນສະເລ່ຍ 9,17% ທຽບໃສ່ແຜນການ 5 ປີ ( ສະເລ່ຍບໍ່ຫຼຸດ 11% ) ຫຼຸດຄາດໝາຍ 1,83% ສາເຫດທີ່ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າໃນປີ 2018 ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ – 19 ໃນປີ 2020. ໃນນັ້ນ, ຂະແໜງກະສິກໍາ ແລະ ປ່າໄມ້ ເພີ່ມຂຶ້ນໂດຍສະເລ່ຍ 4,21% ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 11,75%, ຂະແໜງການບໍລິການ ເພີ່ມຂຶ້ນສະເລ່ຍ 8,21% ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 6.213 ໂດລາສະຫະລັດ, ໃນປີ 2020 ທຽບໃສ່ແຜນການວາງໄວ້ ( 6.500 ໂດລາ ) ຫຼຸດຄາດໝາຍ 287 ໂດລາ.

ດ້ານລາຍຮັບງົບປະມານ: ສະເພາະບ້ວງ ນວ ຈັດເກັບບັນລຸໄດ້ 6.443,45 ຕື້ກີບ ປະຕິບັດໄດ້ 100,99% ຂອງແຜນການ 5 ປີ ( 6.380,53 ຕື້ກີບ ) ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 3.276,47 ຕື້ກີບ ການແກ້ໄຂໜີ້ສິນເກົ່າ ( ກ່ອນປີ 2015 ) ໄດ້ສຸມໃສ່ຊໍາລະໜີ້ດັ່ງກ່າວ 615,23 ຕື້ກີບ ( ລວມທັງທຶນອວ່າຍໜີ້ສາມແຈ ) ເຮັດໃຫ້ໜີ້ສິນ ( ກ່ອນປີ 2015 ) ຫຼຸດລົງ 43,81% ( ແຜນການ 5 ປີ ໃຫ້ຫຼຸດລົງ 40% ) ປະຕິບັດໄດ້ເກີນແຜນ 3,81% ແລະ ສາມາດຢັບຢັ້ງການສ້າງໜີ້ໃໝ່ໄດ້.

อาจเป็นรูปภาพของ ถนน และถนน

ໃນຂະນະທີ່ມູນຄ່າສິນຄ້າສົ່ງອອກ ປະຕິບັດໄດ້ 3.559,98 ລ້ານໂດລາ ທຽບໃສ່ການຈັດຕັ້ງປະຕິບັດ 5 ປີ ຄັ້ງທີ VII ( 2.425 ລ້ານໂດລາສະຫະລັດ ) ເພີ່ມຂຶ້ນ 46,8% ມູນຄ່າສິນຄ້ານໍາເຂົ້າ 8.958,88 ລ້ານໂດລາ ທຽບໃສ່ການຈັດຕັ້ງປະຕິບັດ 5 ປີ ຄັ້ງທີ VII ( 11.287 ລ້ານໂດລາ ) ຫຼຸດລົງ 26,11%, ການຜະລິດເຂົ້າ ປະຕິບັດໄດ້ 1.501.066 ໂຕນ ທຽບໃສ່ແຜນການທີ່ວາງໄວ້ ປະຕິບັດໄດ້ 84,38%, ການປູກພືດຜັກ ປະຕິບັດໄດ້ 554.877 ໂຕນ ທຽບໃສ່ແຜນການທີ່ວາງໄວ້ ປະຕິບັດໄດ້ 96,08%, ການລ້ຽງງົວເປັນສິນຄ້າ ຂະຫຍາຍຟາມລ້ຽງງົວເປັນສິນຄ້າ ປະຕິບັດໄດ້ 67 ຟາມ, ຂະຫຍາຍຝູງສັດ ປະຕິບັດໄດ້ 18.650 ໂຕ ທຽບໃສ່ແຜນການທີ່ວາງໄວ້ ປະຕິບັດໄດ້ລື່ນແຜນ 55,42% ໄດ້ກໍ່ສ້າງປັບປຸງ ແລະ ຂະຫຍາຍຕາຂ່າຍໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າຖາວອນ ກວມເອົາ 100%, ການຜະລິດນໍ້າປະປາ ມາຮອດປັດຈຸບັນສາມາດສະໜອງໄດ້ 324.000 ແມັດກ້ອນຕໍ່ມື້ ທຽບໃສ່ແຜນການທີ່ວາງໄວ້ ປະຕິບັດໄດ້ລື່ນແຜນການ 1,25% ກໍ່ສ້າງຕານ່າງເສັ້ນທາງ ໄດ້ 365,19 ກິໂລແມັດ ທຽບໃສ່ແຜນການທີ່ວາງໄວ້ ( 481 ກິໂລແມັດ ) ປະຕິບັດໄດ້ 75,92%. ສາເຫດທີ່ປະຕິບັດບໍ່ໄດ້ຕາມແຜນການ ຍ້ອນງົບປະມານມີຈຳນວນຈຳກັດ, ບໍລິສັດຜູ້ຮັບເໝົາຂາດທຶນຮອນມາປະຕິບັດໂຄງການ, ມີ ຄວາມຫຍຸ້ງຍາກໃນການໄກ່ເກ່ຍທົດແທນທີ່ດິນ ແລະ ສິ່ງປຸກສ້າງທີ່ຖືກຜົນກະທົບຈາກໂຄງການ, ການອອກໃບຕາດິນ ປະຕິບັດໄດ້ 60.343 ຕອນ ( ແຜນການ ໃຫ້ໄດ້ 100.000 ຕອນ ).

อาจเป็นรูปภาพของ ท้องฟ้า

ພ້ອມນັ້ນ, ຄະນະປະຈໍາສະພາປະຊາຊົນ ນວ ຊຸດທີ II ຂຶ້ນປະກອບຄໍາເຫັນໃສ່ແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານ 5 ປີຂອງ ນວ, ຈາກນັ້ນປະທານກອງປະຊຸມເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການປະກອບຄໍາເຫັນຂອງ ສສຊ ແລະ ສສ ນວ ເປັນຕົ້ນປັບປຸງການຄຸ້ມຄອງໂຄງການລົງທຶນຫົວໜ່ວຍທຸລະກິດ, ເນື້ອທີ່ສີຂຽວ ຂອງ ນວ ເພີ່ມຈັດຕັ້ງປະຕິບັດດ້ານສິ່ງແວດລ້ອມ, ແຜນການຈັດຕັ້ງປະຕິບັດໃບຕາດິນ, ວຽກງານກະສິກໍາຄວນສໍາພັນກັບບັນດາແຂວງ, ການຜະລິດເປັນສິນຄ້າສົ່ງອອກໄປຂາຍຖືກຕາມເປົ້າໝາຍຂອງລັດຖະບານວາງອອກ, ການກໍານົດເຂດແດນກະສິກໍາ ເພື່ອຮັກສາໃຫ້ມີຄວາມຍືນຍົງ. ນອກນີ້, ໃຫ້ສຸມໃສ່ແກ້ໄຂບັນຫາຈຸດອ່ອນ – ຂໍ້ຄົງຄ້າງອື່ນໆຕື່ມອີກ.