ເຈົ້ານະຄອນໄກສອນ ພົມວິຫານ ລົງພົບປະ ໂອ້ລົມອຳນາດການປົກຄອງບ້ານພັດທະນາໂພນສິມ

371

ອາທິດຜ່ານມາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ ໄດ້ລົງພົບປະໂອ້ລົມອຳນາດການປົກຄອງບ້ານພັດທະນາບ້ານໂພນສິມ ຢູ່ທີ່ຫ້ອງການບ້ານດັ່ງກ່າວ ເພື່ອຊີ້ນຳການພັດທະນາເສດຖະກິດ – ສັງຄົມຂອງພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ.

ໃນໂອກາດນີ້, ທ່ານ ນ້ອຍ ວິໄລ ຮອງນາຍບ້ານໂພນສິມ ໄດ້ລາຍງານສະພາບໂດຍສັງເຂບ ວ່າ: ບ້ານພັດທະນາໂພນສິມ ເປັນບ້ານເກົ່າແກ່, ມີປະຫວັດຍາວນານ, ເປັນທີ່ຕັ້ງເມືອງຄັນທະບູລີໃນແຕ່ກ່ອນ, ຕັ້ງຫ່າງຈາກເທສະບານນະຄອນໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 18 ກິໂລແມັດ, ມີ 689 ຫຼັງຄາເຮືອນ, ມີ 646 ຄອບຄົວ, ມີພົນລະເມືອງທັງໝົດ 4.103 ຄົນ ຍິງ 1.914 ຄົນ; ປະຊາຊົນສ່ວນຫຼາຍມີອາຊີບເຮັດນາເປັນຕົ້ນຕໍ, ປູກຝັງ – ລ້ຽງສັດ ແລະ ມີອາຊີບພະນັກງານ ແລະ ກຳມະກອນຢູ່ຕາມໂຮງງານໃນເຂດເສດຖະກິດພິເສດ.

อาจเป็นรูปภาพของ 4 คน, ผู้คนกำลังยืน, ต้นไม้ และกลางแจ้ง

ບ້ານມີທ່າແຮງບົ່ມຊ້ອນຫຼາຍດ້ານ ເປັນຕົ້ນ: ມີກອງທຶນພັດທະນາບ້ານ ລວມມີສະມາຊິກທັງໝົດ 1.082 ຄົນ, ມີເນື້ອທີ່ດິນກະສິກຳ 1.034,16 ເຮັກຕາ, ມີສູນພັດທະນາເຕັກນິກດ້ານກະສິກຳຄົບວົງຈອນໜອງເຕົ່າ ເຊິ່ງເປັນບ່ອນສະໜອງຄວາມຮູ້ດ້ານການປູກຝັງ – ລ້ຽງສັດ ໃຫ້ແກ່ປະຊາຊົນໃນກຸ່ມບ້ານໃກ້ຄຽງ ໂດຍສະເພາະບ້ານໂພນສິມ. ນອກນັ້ນ, ທາງສູນຍັງໄດ້ສະໜອງສັດລ້ຽງ ແລະ ພືດພັນໄມ້ ໃຫ້ພໍ່ແມ່ປະຊາຊົນບ້ານໃກ້ຄຽງນຳອີກ. ຈາກນີ້, ຍັງມີຊົນລະປະທານໜອງເຕົ່າ ເຊິ່ງເປັນບ່ອນສະໜອງນ້ຳໃຊ້ໃນລະດູແລ້ງ, ບ້ານມີກຸ່ມການຜະລິດຜັກປອດສານພິດ ມີເນື້ອທີ່ 5 ເຮັກຕາ ທີ່ສະໜອງຜັກປອດສານພິດໃຫ້ທ້ອງຕະຫຼາດໄດ້ຕະຫຼອດລະດູການ.

อาจเป็นรูปภาพของ ต้นไม้ และกลางแจ้ง

ພ້ອມນີ້, ບ້ານຍັງມີຄອບຄົວບໍລິການໂຮມສະເຕ ຈຳນວນ 6 ຄອບຄົວ; ທາງດ້ານພື້ນຖານໂຄງລ່າງບ້ານກໍໄດ້ເອົາໃຈໃສ່ໃນການປັບປຸງເສັ້ນທາງໄດ້ຫຼາຍເສັ້ນ ຈົນໄດ້ຮັບນາມມະຍົດກຸ່ມບ້ານພັດທະນາ.

ຈາກນັ້ນ, ທ່ານ ປະສົງສິນ ຈະເລີນສຸກ ກໍໄດ້ມີຄຳເຫັນໂອ້ລົມອຳນາດການປົກຄອງບ້ານ ຕໍ່ວຽກງານພັດທະນາເສດຖະ ກິດ – ສັງຄົມຂອງກຸ່ມບ້ານດັ່ງກ່າວ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ໃນການພັດທະນາພື້ນຖານໂຄງລ່າງ ພ້ອມທັງຮັກສາ ຄວາມສາມັກຄີພາຍໃນບ້ານໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ຕ້ານປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ບໍ່ວ່າຈະເປັນຂີ້ລັກ, ງັດແງະ, ຢາເສບຕິດ ແລະ ບັນຫາອື່ນໆ. ຄຽງຄູ່ກັນນີ້, ກໍຄວນເອົາໃຈໃສ່ເຮັດການຜະລິດປູກຝັງ – ລ້ຽງສັດ ໃຫ້ໄດ້ຫຼາຍກາຍເປັນສິນຄ້າ, ສ້າງໃຫ້ຄອບຄົວຂອງຕົນມີລາຍຮັບເພີ່ມຂຶ້ນ.

ໂອກາດນີ້, ທ່ານເຈົ້ານະຄອນ ພ້ອມຄະນະ ກໍຍັງໄດ້ລົງຢ້ຽມເບິ່ງກຸ່ມການຜະລິດຜັກປອດສານພິດ ແລະ ສູນພັດທະນາເຕັກນິກດ້ານກະສິກຳຄົບວົງຈອນໜອງເຕົ່າ.