ເຈົ້ານະຄອນໄກສອນ ລົງກວດກາການກໍ່ສ້າງ, ຄ້າຂາຍທີ່ບໍ່ເປັນລະບຽບຕາມເສັ້ນທາງແຄມຂອງ

450

ນະຄອນໄກສອນພົມວິຫານກຳລັງພັດທະນາປັບປຸງຫຼາຍໆຈຸດໃຫ້ມີຄວາມສະອາດ ສວຍງາມໜ້າຢູ່ ໜຶ່ງໃນນັ້ນແມ່ນໂຄງການກໍ່ສ້າງຕະຝັ່ງກັນເຈື່ອນແຄມຂອງ ເມື່ອມີພື້ນທີ່ກວ້າງຂວາງສວຍງາມຂື້ນມາປະຊາຊົນໄດ້ປະປຸກສ້າງຄ້າຂາຍ ເຊິ່ງບາງຈຸດຄວາມເປັນລະບຽບຮຽບຮ້ອຍ, ດັ່ງນັ້ນໃນຕອນແລງຂອງວັນທີ 24 ມີນາ 2021 ນີ້, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະ, ເຊິ່ງປະກອບມີ ຫົວໜ້າຫ້ອງວ່າການປົກຄອງນະຄອນ, ຫົວໜ້າຫ້ອງການ ຍທຂ ນະຄອນ, ຫົວໜ້າຫ້ອງ ອພບຕ ນະຄອນ, ຫົວໜ້າກອງບັນຊາການ ປກສ ນະຄອນ, ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມນະຄອນ ແລະ ຫົວໜ້າຫ້ອງການອຸດສາຫະກຳແລະການຄ້ານະຄອນ.

ໃນການລົງເບິ່ງຕິດຕາມກວດກາບັນຫາການກໍ່ສ້າງ ການຄ້າຂາຍທີ່ບໍ່ເປັນລະບຽບໃນຄັ້ງນີ້ ກໍ່ເພື່ອຫາວິທີແກ້ໄຂໃຫ້ຫັນເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ອັນຈະເຮັດໃຫ້ນະຄອນມີຄວາມສະອາດສວຍງາມຕາມທິດ 06 ສໍສ້າງນະຄອນເປັນນະຄອນສີຂຽວ ແລະ ເປັນນະຄອນໜ້າຢູ່ຂຶ້ນຕື່ມ.

ໃນການລົງເບິ່ງຄັ້ງນີ້ ທ່ານເຈົ້ານະຄອນໄກສອນ ພົມວິຫານ ໄດ້ຮຽກຮ້ອງເນັ້ນໜັກໃຫ້ຜູ້ປະກອບການໃຫ້ເອົາໃຈໃສ່ຂອງແຈ້ງການຂອງທ່ານເຈົ້ານະຄອນຜ່ານມານັ້ນ ໃນການກໍ່ສ້າງ ການຄ້າຂາຍເຄື່ອງແຄມທາງຟຸດບາດ ແລະ ທີ່ຕໍ່ຮ້ານຕໍ່ເທີບກາຍເຂດສະຫງວນອອກມາຂອບທາງຄົນຍ່າງດັ່ງນັ້ນທຸກໆຄົນ ແລະ ຜູ້ປະກອບການຕ້ອງເປັນເຈົ້າການນຳກັນ ເພື່ອເຮັດໃຫ້ນະຄອນມີຄວາມເປັນລະບຽບສວຍງາມ ແລະ ໄດ້ຄາດໜາຍ 6 ສໍຄື: ສ ສະອາດ, ສໍ ສະຫງົບ, ສໍ ສີຂຽວ, ສໍ ສະຫວ່າງ ສໍສະເໜ່ ແລະ ສໍ ສີວິໄລ ໃຫ້ປະກົດຜົນເປັນຈິງໄປເທື່ອລະກ້າວ.

ຄວາມເປັນລະບຽບຮຽບຮ້ອຍຂຶ້ນຢູ່ກັບທຸກຄົນ

ພາບ-ຂ່າວ:ນະຄອນ ໄກສອນ ພົມວິຫານ.