ແຕ່ງຕັ້ງ ທ່ານ ທອງໃສ ໄຊຍະວົງຄຳດີ ເປັນຫົວໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດຄົນໃໝ່

533

ໃນວັນທີ 19 ມີນາ 2021ນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານການນຳຂອງ ຫ້ອງວ່າການປົກຄອງແຂວງຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານ ຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.


ໃນໂອກາດນີ້, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງກໍ່ໄດ້ຜ່ານຂໍ້ຕົກລົງຂອງ ທ່ານ ເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຍົກຍ້າຍພະນັກງານ, ໃນນີ້ໄດ້ອະນຸມັດຍົກຍ້າຍ ທ່ານ ຈິນດາວັນ ບຸດລາສີ ວ່າການຫົວໜ້າຫ້ອງວ່າການປົກຄອງແຂວງໄປປະຈຳການຢູ່ພະແນກພາຍໃນແຂວງ;

ອະນຸມັດຍົກຍ້າຍທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການພັກແຂວງ ຫົວໜ້າເຂດເສດຖະກິດສະຫວັນນະເຂດ ມາປະຈຳການຢູ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດແຕ່ງຕັ້ງ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການພັກແຂວງເປັນຫົວໜ້າຫ້ອງວ່າການປົກຄອງແຂວງສະຫວັນນະເຂດ.


ຈາກນັ້ນ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດກໍ່ມີຄໍາເຫັນໂອ້ລົມວ່າ: ພາຍຫຼັງທີ່ມີກອງປະຊຸມໃຫຍ່ອົງຄະນະພັກແຂວງໄດ້ສຳເລັດລົງໃນທ້າຍປີ 2020 ຈາກນັ້ນກໍ່ມີການສືບຕໍ່ປັບປຸງການຈັດຕັ້ງຂອງແຕ່ລະຂະແໜງການກໍ່ຄືພະແນກການຕ່າງໆ,ໄປຕາມທິດນະໂຍບາຍຂອງພັກ-ລັດຖະບານໄດ້ກຳນົດອອກ,ໃນນີ້ກໍ່ໄດ້ປະກາດການຈັດຕັ້ງຂັ້ນເມືອງ, ຂັ້ນຂະແໜງການຈໍານວນໜຶ່ງໄປແລ້ວ, ໃນຕໍ່ໜ້າກໍ່ຍັງຈະໄດ້ສືບຕໍ່ປະກາດການຈັດຕັ້ງ, ຖືວ່າການປັບປຸງການຈັດຕັ້ງແມ່ນເປັນວຽກປົກກະຕິທີ່ຕ້ອງໄດ້ເຮັດ,ບ່ອນໃດມີຄວາມຈຳເປັນປັບປຸງຕ້ອງໄດ້ມີການປັງປຸງ ເພື່ອຮັກສາໃຫ້ການຈັດຕັ້ງມີຄວາມສະຫງົບ,ມີຄວາມເຂັ້ມແຂງ ແລະ ສາມາດດຳເນີນວຽກງານໃຫ້ມີຄວາມຕໍ່ເນື່ອງ,ເຊິ່ງແມ່ນຫຼັກການໜຶ່ງທີ່ຕ້ອງໄດ້ປະຕິບັດ, ສະນັ້ນຈຶ່ງໄດ້ພ້ອມກັນຖືໂອກາດນີ້ປັບປ່ຽນແບບແຜນເຮັດວຽກ, ປັບປ່ຽນກົນໄກໃຫ້ເຂົ້າສູ່ກັບພາລະບົດບາດທີ່ຫ້ອງວ່າການຕ້ອງເປັນເສນາທິການແທ້ໆໃຫ້ກັບການນໍາແຂວງ.