16 ມີນາຍັງມີຜູ້ເດີນທາງເຂົ້າລາວ 2.800 ກວ່າຄົນ, ມາດຕະການປ້ອງກັນຕ້ອງປະຕິບັດບໍ່ໃຫ້ລືມ

299

ຕອນເຊົ້າຂອງວັນທີ 17 ມີນາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ວ່າ: ປັດຈຸບັນ ທົ່ວໂລກມີການລາຍງານການລະບາດຂອງພະຍາດໂຄວິດ-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 121.209.665 ຄົນ, ເສຍຊິວິດສະສົມ 2.681.505 ຄົນ ແລະ ປີ່ນປົວຫາຍດີ 97.782.874 ຄົນ.
ປະເທດທີ່ມີລາຍງານການຕິດເຊື້ອ ແລະ ເສຍຊີວິດຫຼາຍກວ່າໝູ່ ແມ່ນ ສະຫະລັດອາເມຣິກາ ມີຜູ້ຕິດເຊື້ອສະສົມ 30.189.672 ຄົນ ແລະ ເສຍຊີວິດສະສົມ 549.186 ຄົນ; ອັນດັບ 2 ແມ່ນ ປະເທດ ບຣາຊິວ ມີຜູ້ຕິດເຊື້ອສະສົມ 11.609.601 ຄົນ; ເສຍຊີວິດ 282.400 ຄົນ.
ສຳລັບບັນດາກຸ່ມປະເທດອາຊຽນແມ່ນ ປະເທດອິນໂດເນເຊຍ (ອັນດັບທີ 18 ຂອງໂລກ) ມີຜູ້ຕິດເຊື້ອສະສົມສູງກວ່າໝູ່, ຖັດລົງມາແມ່ນປະເທດຟີລິບປິນ, ມາເລເຊຍ, ມຽນມາ ຕາມລຳດັບ.


ການເຝົ້າລະວັງໂຄວິດ-19 ຢູ່ ສປປ ລາວ ຮອດວັນທີ 16 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 2.892 ຄົນ: ໃນນີ້ ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.827 ຄົນ; ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 39 ຄົນ; ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1.026 ຄົນ.
ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ພ້ອມໄດ້ເກັບຕົວຢ່າງທຸກໆ ຄົນມາກວດຊອກຫາຜູ້ຕິດເຊື້ອໂຄວິດ-19 ແລະ ໄດ້ສົ່ງໄປສະຖານທີ່ຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້.
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 34 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.478 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ຊອກຫາຜູ້ຕິດເຊື້ອໂຄວິດ-19.


ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 16 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 210 ຄົນ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 16 ມີນາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.
ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 123.533 ຕົວຢ່າງ, ກວດພົບເຊື້ອສະສົມ 49 ຄົນ.
ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ ຈຳນວນ 4 ກໍລະນີ (ນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ) ເຊິ່ງທັງ 4 ກໍລະນີທີ່ຕິດຕາມປິ່ນປົວແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບູນ ແລະ ແຂງແຮງດີ.


ຕໍ່ສະພາບການລະບາດຂອງພະຍາດໂຄວິດ-19 ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແມ່ນມີຄວາມຈຳເປັນທີ່ສຸດ ໃນການສະກັດກັ້ນ ການແຜ່ລະບາດຂອງພະຍາດໃນປະເທດເຮົາ, ສະນັ້ນ ຈຶ່ງຂໍຮຽກຮ້ອງມາຍັງປະຊາຊົນລາວທຸກຄົນ ຈົ່ງພ້ອມໃຈກັນ ສືບຕໍ່ປະຕິບັດໃຫ້ກາຍເປັນຄວາມເຄີຍຊີນ ກໍຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫຼີກລຽງການເດີນທາງໄປຍັງເຂດທີ່ມີຄວາມສ່ຽງ ຫຼື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ເປັນຕົ້່ນ.