ເຟສບຸ໊ກ ເພີ່ມເຄື່ອງມືຊ່ວຍ Creator ສ້າງລາຍໄດ້ໃນເຟສບຸ໊ກ

648

Creator ດ້ານເນື້ອໃນ ເຊິ່ງລວມທັງຜູ້ເຜີຍແຜ່ຂໍ້ມູນທາງດິຈິຕອນ ຜູ້ສ້າງ ( Creator ) ເກມ ແລະ ວິດີໂອ ບໍລິສັດດ້ານສື່, ສະຖາບັນກ່ຽວກັບວັດທະນະທຳ, ທຸລະກິດທຸກຂະໜາດ ແລະ ອົງກອນອື່ນໆ ໄດ້ສ້າງຊຸມຊົນທີ່ມີຊີວິດຊີວາໃນເຟສ ບຸ໊ກ. ຫຼ້າສຸດ ເຟສບຸ໊ກ ໄດ້ປະກາດໃຫ້ຮູ້ເຖິງການອັບເດດຜະລິດຕະພັນຕ່າງໆ ເພື່ອສະໜັບສະໜູນ Creator ໃຫ້ສາມາດສ້າງທຸລະກິດໃນກຸ່ມແອັບພລິເຄຊັນໃນເຄືອຂອງ ເຟສ ບຸ໊ກ ໄດ້ສຳເລັດ.

ເຟສບຸ໊ກ ໄດ້ສະໜັບສະໜູນໃຫ້ຜູ້ສ້າງມີເຄື່ອງມື ແລະ ການສະໜັບສະໜູນທີ່ຈຳເປັນ ເພື່ອຊ່ວຍໃຫ້ພວກເຂົາສາມາດສ້າງໄດ້ຫຼາຍໆທາງ ຫຼື ຫົນທາງດຽວທີ່ຊ່ວຍຕໍ່ລົມຫາຍໃຈໃຫ້ກັບທຸລະກິດຂອງພວກເຂົາໃນໄລຍະສະຖານະການແຜ່ລະບາດທີ່ຜ່ານມາ.

ເຟສບຸ໊ກ ໄດ້ເປີດເຜີຍວ່າ: ຕັ້ງແຕ່ປີ 2019 – 2020 ຜູ້ສ້າງເນື້ອໃນທີ່ມີລາຍໄດ້ທຽບເທົ່າ 10 ພັນໂດລາສະຫະລັດຕໍ່ເດືອນ ມີຈຳນວນເພີ່ມຂຶ້ນ 88% ແລະ ຜູ້ສ້າງເນື້ອໃນທີ່ມີລາຍໄດ້ 1 ພັນໂດລາສະຫະລັດຕໍ່ເດືອນ ມີຈຳນວນເພີ່ມຂຶ້ນ 94% ໃນຂະນະດຽວກັນຍອດເງິນທີ່ໄດ້ຮັບຈາກໂຄສະນາໃນກະແສ ( stream ) ຍັງເພີ່ມຂຶ້ນ 55% ໃນໄລຍະເວລາດຽວກັນ.

ເຟສບຸ໊ກ ໄດ້ເພີ່ມຊ່ອງທາງໃໝ່ໆເພື່ອໃຫ້ຜູ້ສ້າງດ້ານເນື້ອໃນສາມາດສ້າງລາຍໄດ້ໃນແພຼັດຟອມ ດ້ວຍການອັບເດດເຄື່ອງມືການສ້າງລາຍໄດ້ ຄື:

ສ້າງລາຍໄດ້ຈາກວິດີໂອແບບສັ້ນ ຜູ້ສ້າງເນື້ອໃນສາມາດແບ່ງປັນວິດີໂອໃນ ເຟສ ບຸ໊ກ ໄດ້ຢ່າງຫຼາກຫຼາຍ ເຊັ່ນ: ໃນແບບໄລຟ໌ສົດ ( live ) ເນື້ອໃນສັ້ນ ຫຼື ຍາວ ແລະ ສາມາດທົດລອງໃຊ້ໂຄສະນາໃນຮູບແບບສະຕິກເກີຜ່ານສະຕໍຣີ. ນອກນັ້ນ, ຜູ້ສ້າງວິດີໂອສາມາດສ້າງລາຍໄດ້ຈາກວິດີໂອທຸກປະເພດ ແລະ ສາມາດເລີ່ມສ້າງລາຍໄດ້ຈາກການໃສ່ໂຄສະນາໃນວິດີໂອທີ່ມີຄວາມຍາວ 1 ນາທີຂຶ້ນໄປ.

ການເປີດໂອກາດໃນການສ້າງລາຍໄດ້ໃຫ້ຜູ້ສ້າງໃນຈຳນວນເພີ່ມຂຶ້ນ ແກ້ໄຂປັບປຸງຄຸນສົມບັດໃນການໃຊ້ໂຄສະນາໃນ stream ເພື່ອໃຫ້ Creator ຫຼາຍຂຶ້ນ ສາມາດເຂົ້າເຖິງໂປແກຣມໄດ້ ລວມທັງຂະຫຍາຍການເຂົ້າເຖິງການໃຊ້ໂຄສະນາໃນ stream ໄປຫາ ໄລຟ໌ສົດ ( Live ) ແລະ ເປີດໃຫ້ໃຊ້ງານຟີເຈີຈັດກິດຈະກຳອອນລາຍແບບສາມາດຕິດຄ່າໃຊ້ຈ່າຍໃນການເຂົ້າຮ່ວມ ( paid online events ) ແລະ ການສະໝັກສະມາຊິກຂອງແຟນຄັບໄປຍັງປະເທດອື່ນໆ.

ການສົ່ງເສີມການສະໜັບສະໜູນຈາກແຟນຄັບ ( subscriptions ) ອຳນວຍຄວາມສະດວກໃຫ້ກັບ Creator ສາມາດເຂົ້າເຖິງການສະໜັບສະໜູນຈາກແຟນຄັບໄດ້ງ່າຍຍິ່ງຂຶ້ນ ພ້ອມເພີ່ມການຍອມຮັບຈາກຜູ້ບໍລິໂພກຜ່ານການແຈກດາວຟຣີໃຫ້ກັບຜູ້ຊົມ.

อาจเป็นรูปภาพของ 1 คน, หน้าจอ, โทรศัพท์ และข้อความพูดว่า "portal Portal from Facebook S Sponsored"

ການເປີດໂອກາດໃຫ້ Creator ສາມາດສ້າງເນື້ອໃນທຸກປະເພດສາມາດເລືອກປະສົມປະສານ ຜະລິດຕະພັນທີ່ເໝາະສົມກັບຊຸມຊົນທີ່ພວກເຂົາສ້າງຂຶ້ນມາ ແລະ ເນື້ອໃນທີ່ພວກເຂົາແບ່ງປັນຫຼາຍທີ່ ສຸດ ບໍ່ວ່າຈະເປັນການສ້າງລາຍໄດ້ຈາກໂຄສະນາຜ່ານໂປຣແກຣມໃນ stream.