ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຈະພິຈາລະນາ ແລະ ຮັບຮອງເອົາ 10ບັນຫາສຳຄັນຂອງຊາດ

610

ໃນວັນທີ 16 ມີນາ 2021 ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ໄດ້ຖະແຫຼງກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນ ໃນວັນທີ 22 ມີນາ ຫາ ວັນທີ 26 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫຼັງໃໝ່ (ທາດຫຼວງ), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນເຕັມ, ໂດຍມີບັນດາສື່ມວນຊົນເຂົ້າຮ່ວມ.ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ຕຶກສີບົວ (ຕຶກ B ຫຼັກ 6).

ທ່ານ ນາງ ສວນສະຫວັນ ວິຍະເກດ, ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ໄດ້ກ່າວວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນຈັນ, ວັນທີ 22 ມີນາ ແລະຈະດໍາເນີນໄປເຖິງວັນສຸກ, ວັນທີ 26 ມີນາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ຫຼັງໃໝ່ (ທາດຫຼວງ), ນະຄອນຫລວງວຽງຈັນ ຊຶ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ. ພ້ອມຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພຶ້ນຖານຂອງຊາດ ດັ່ງນີ້:
I. ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX;
II. ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ IX ເປັນຕົ້ນ:
(1) ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ ຊຸດທີ VIII;
(2) ເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີຂອງປະ ທານສະພາແຫ່ງຊາດ ຊຸດທີ IX;
(3) ພິຈາລະນາ, ຮັບຮອງການແຕ່ງຕັ້ງປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການສະພາແຫ່ງຊາດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.


III. ເລືອກຕັ້ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.
IV. ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະບຸກຄະລາກອນຂອງລັດຖະບານ ເປັນຕົ້ນ:
(1) ເລືອກຕັ້ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ;
(2) ພິຈາລະນາ, ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ.
V. ເລືອກຕັ້ງບຸກຄະລາກອນຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ:
(1) ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ;
(2) ເລືອກຕັ້ງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ.


VI. ເລືອກຕັ້ງບຸກຄະລາກອນຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ:
(1) ເລືອກຕັ້ງປະທານອົງການກວດສອບແຫ່ງລັດ ຕາມການສະເໜີຂອງປະທານປະເທດ;
(2) ເລືອກຕັ້ງປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ.
VII. ພິຈາລະນາ, ຮັບຮອງບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັັັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016-2020) ແລະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020); ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະແຜນງົບປະມານແຫ່ງລັດ 5 ປີ (2021-2025);
VIII. ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະສານປະຊາຊົນສູງສຸດ;
IX. ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະອົງການກວດກາແຫ່ງລັດ;
X. ພິຈາລະນາ, ຮັບຮອງບົດລາຍງານກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025); ແຜນການສ້າງ ແລະປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.


ອີກເທື່ອໜຶ່ງ, ໃນນາມຄະນະປະຈຳສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດ ຊຸດທີ VIII ຂ້າພະເຈົ້າຂໍເຊີນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນ ທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້. ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ ຄະນະເລຂາທິ ການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມວິທີລຸ່ມນີ້:  ໂທລະສັບບໍ່ເສຍຄ່າ ໝາຍເລກ: 156; ໂທລະສານ ໝາຍເລກ: 021 413528; ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662; ສົ່ງອີເມວ: nalao.156@gmail.com