ກຽມຈັດມະຫະກໍາ ດ້ານສື່ມວນຊົນ ສ້າງໄວໜຸ່ມລາວມີໄອເດຍໃນການສ້າງແບຣນສິນຄ້າ

156

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ຊປປ ລາວ ) ຮ່ວມກັບ ບໍລິສັດ ວິສາຫະກິດສ່ວນບຸກຄົນ ອີເວັ້ນຟໍກູດ ແລະ ອີເວັ້ນຟໍຢູດ ຈັດພິທີຖະແຫຼງຂ່າວມະຫະກຳຜູ້ເຮັດວຽກດ້ານສື່ຢູ່ ສປປ ລາວ ໃນວັນທີ 9 ມີນາ 2021 ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຂົ້າຮ່ວມມີ ທ່ານ ທອງຈັນ ພູມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ທ່ານ ນາງ ບົວໂຮມ ສົມວໍຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ບຸນເຮັງ ສຸດທິຈັກ ຜູ້ຈັດການສະຖານີວິທະຍຸສິນໄຊຍຸກໃໝ່ ກ່າວວ່າ: ງານດັ່ງກ່າວເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບທຸລະກິດດ້ານສື່ ແລະ ສາຂາອາຊີບທີ່ປິ່ນອ້ອມວຽກງານດ້ານສື່ໃຫ້ເກີດການພັດທະນາ ແລະ ການແລກປ່ຽນຄວາມຮູ້, ປະສົບການກ່ຽວກັບຜະລິດຕະພັນດ້ານສື່ຂອງລາວ ໃຫ້ເຂົ້າເຖິງກຸ່ມຜູ້ບໍລິໂພກສື່ທັງພາຍໃນ ແລະ ຕ່າງປະເທດ. ພ້ອມນັ້ນ, ຍັງເປັນການສົ່ງເສີມພັດທະນາການຜະລິດ ແລະ ການນໍາໃຊ້ສື່ໃຫ້ມີປະສິດທິພາບກາຍເປັນອາຊີບ ສ້າງລາຍຮັບເພີ່ມກໍ່ໃຫ້ເກີດເປັນທຸລະກິດ ແລະ ການຮ່ວມມືກັນໃຫ້ຫຼາຍຂຶ້ນໃນຂົງເຂດວຽກງານຕ່າງໆ.

อาจเป็นรูปภาพของ 1 คน

ມະຫະກໍາຜູ້ເຮັດວຽກດ້ານສື່ຢູ່ ສປປ ລາວ ( Laos Media Startup Expo 2021 ) ຈະໄດ້ຈັດຂຶ້ນລະ ຫວ່າງວັນທີ 13 – 14 ມີນາ 2021 ເວລາ 09:00 – 20:30 ໂມງ ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາຍໃນງານຈະໄດ້ຮັບຟັງການນໍາໃຊ້ສື່ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ເຊັ່ນ: ການວິເຄາະຕົວຊີ້ວັດເທິງເຟສບຸ໊ກ, ການຜະລິດຄອນເທັນຜ່ານຢູທູບ ເພື່ອສ້າງລາຍຮັບ, ການສົ່ງເສີມແບຣນໃນສື່ອອນລາຍ, ການໄລຟ໌ຂາຍເຄື່ອງອອນລາຍ, ຮຽນຮູ້ວິທີການຖ່າຍຮູບລົງອິນສະຕາແກຣມ, ແນວຄວາມຄິດໃນການສ້າງຫົວຂໍ້ໃໝ່ໆ, ການຜະລິດຮູບເງົາສັ້ນ ແລະ ການຫາທຶນມາຜະລິດ, ການນໍາໃຊ້ພາສາລາວໃນສື່ອອນລາຍ, ການໃຊ້ສື່ອອນລາຍ ເພື່ອສ້າງຜົນກະທົບທາງບວກໃຫ້ກັບສັງຄົມ ແລະ ອື່ນໆ.

ນອກຈາກນັ້ນ, ຍັງມີການຝຶກອົບຮົມທັກສະທີ່ຈໍາເປັນໃນການສ້າງຫົວຂໍ້ ກໍຄື: ການຂຽນລົງເພຈ໌ໃຫ້ສາມາດດຶງດູດຜູ້ອ່ານໄດ້ຢູ່ໃນອອນລາຍ ເຊັ່ນ: ການຜະລິດວິດີໂອສັ້ນ 1 ນາທີ ເພື່ອນໍາສະເໜີສິນຄ້າ, ການຜະລິດໂປສເຕີໂຄສະນາສິນຄ້າອອນລາຍ ໂດຍໃຊ້ມືຖື, ການບິນໂດຣນ, ການຣີວິວສິນຄ້າຕ່າງໆ, ການແຂ່ງຂັນ ຄວາມຄິດໃນການຜະລິດສື່ຈາກທາງ Unitel ຊີງເງິນລາງວັນຫຼາຍກວ່າ 15 ລ້ານກີບ, ອິນເຕີເນັດແບບບໍ່ຈໍາກັດດາຕ້າຫຼິ້ນແບບບໍ່ເສຍຄ່າ 2 ປີ ພ້ອມຮັບເງິນທຶນພິເສດ ເພື່ອນໍາໄປສ້າງຄວາມຄິດການຜະລິດສື່ໃນຝັນຂອງຕົນເອງໃຫ້ກາຍເປັນຈິງ, ການຈັດສະແດງ ແລະ ຈໍາໜ່າຍຜະລິດຕະພັນກ່ຽວກັບການຜະລິດສື່ ບໍລິສັດທີ່ເຮັດກ່ຽວກັບການຜະລິດສື່ມີບັນດາຮ້ານຄ້າ, ຮ້ານອາຫານ, ການສະແດງຮ້ອງເພງ, ເຕັ້ນ ແລະ ຫຼິ້ນເກມມ່ວນຊື່ນພາຍໃນງານຕື່ມອີກ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และผู้คนกำลังนั่ง

ທ່ານ ນາງ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ ຊປປ ລາວ ໄດ້ກ່າວວ່າ: ງານດັ່ງກ່າວເປັນການເປີດໂອກາດໃຫ້ທຸກຄົນ ທຸກເພດທຸກໄວ ເຂົ້າຮ່ວມງານໂດຍບໍ່ໄດ້ເສຍຄ່າ, ທ່ານສາມາດເຂົ້າໄປເບິ່ງລາຍລະອຽດກ່ຽວກັບວິທະຍາກອນ ແລະ ຫົວຂໍ້ທີ່ຈະນໍາສະເໜີ ພ້ອມກັບບັນດາຫ້າງຮ້ານຕ່າງໆທີ່ຈະມາຮ່ວມງານໄດ້ທີ່ເຟສບຸ໊ກເພຈ໌ Laos Media Startup ExpO ຖ້າທ່ານສົນໃຈສອບຖາມລາຍລະອຽດ ຫຼື ຕ້ອງການຕິດຕໍ່ ເພື່ອອອກບູ໊ດວາງຈໍາໜ່າຍ ຫຼື ຂາຍສິນຄ້າ ສາມາດຕິດຕໍ່ເບີ: 020 5540 0099.