ຊາວຊ່າງຫັດຖະກໍາ ຕ້ອງປັບໂຕ ພັດທະນາສິນຄ້າ ໃຫ້ມີຄຸນນະພາບ ລາຄາເໝາະສົມກັບຕະຫຼາດ

107

ສະມາຄົມຫັດຖະກໍາລາວເປັນອົງການຈັດຕັ້ງ ທີ່ເຮັດໜ້າທີ່ ອະນຸຮັກພູມປັນຍາດ້ານຫັດຖະກໍາໃຫ້ຄົງຢູ່ກັບສັງຄົມລາວ, ທັງຍັງເປັນອົງການຈັດຕັ້ງທີ່ສ້າງວຽກເຮັດງານທໍາໃຫ້ກັບຄົນລາວ ໂດຍສະເພາະແມ່ນເອື້ອຍນ້ອງແມ່ຍິງ.
ດ້ານປະທານສະມາຄົມຫັດຖະກໍາລາວ ຮຽກຮ້ອງໃຫ້ຊາວຊ່າງຫັດຖະກໍາ ຕ້ອງໄດ້ປັບໂຕ ພັດທະນາຜະລິດຕະພັນໃຫ້ມີຄຸນນະພາບລາຄາເໝາະສົມກັບຕະຫຼາດ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ກ່າວວ່າ: ສະມາຄົມຫັດຖະກໍາລາວເປັນອົງການຈັດຕັ້ງທາງສັງຄົມທີ່ສ້າງຕັ້ງຂຶ້ນມາແຕ່ 1998 ມີໜ້າທີ່ອະນຸຮັກພູມປັນຍາທາງດ້ານຫັດຖະກໍາທີ່ບັນພະບຸລຸດລາວໄດ້ຖ່າຍທອດໄວ້ໃຫ້ຄົງຢູ່ກັບສັງຄົມລາວ ພ້ອມນີ້ກໍພັດທະນາເຄື່ອງຫັດຖະກໍາໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ສາມາດຈັດຈໍາໜ່າຍພາຍໃນປະເທດ ຫຼື ສົ່ງອອກຕ່າງປະເທດ ສ້າງລາຍໄດ້ໃຫ້ກັບປະຊາຊົນທຸກຊົນເຜົ່າ ໂດຍສະເພາະແມ່ນແມ່ຍິງ ເຮັດໃຫ້ເຂົາເຈົ້າສາມາດຊ່ວຍເຫຼືອຄອບຄົວສ້າງຊີວິດໃໝ່, ຫຼຸດພົ້ນອອກຈາກຄວາມທຸກຍາກຕາມທິດທາງນະໂຍບາຍຂອງລັດຖະບານ.

อาจเป็นรูปภาพของ 1 คน และกำลังยืน

ມາຮອດປັດຈຸບັນ ສະມາຊິກຂອງສະມາຄົມຫັດຖະກໍາລາວມີ 125 ຫົວໜ່ວຍ(ລວມທັງນະຄອນຫຼວງ ແລະ ຕ່າງແຂວງ) ສະມາຊິກທີ່ເປັນຫົວໜ່ວຍເພດຍິງບໍລິຫານກວມເອົາ 90% ເພາະວຽກຫັດຖະກໍາສ່ວນ ໃຫຍ່ແມ່ນວຽກຂອງແມ່ຍິງ.

ປະທານສະມາຄົມຫັດຖະກໍາລາວ ກ່າວຕື່ມວ່າ: ໃນໄລຍະຜ່ານມາຈົນຮອດປັດຈຸບັນສະມາຄົມຫັດຖະກໍາລາວ ໄດ້ຈັດງານວາງສະແດງຫັດຖະກໍາປະຈໍາປີ(ມະຫະກໍາສີມືຫັດຖະກໍາລາວ) ເຊິ່ງເປັນງານໃຫຍ່ລະດັບຊາດ ໂດຍໄດ້ເຊີນເອົາຊາວຊ່າງຫັດຖະກໍາລາວໃນທົ່ວປະເທດເຂົ້າຮ່ວມວາງສະແດງຂາຍສິນຄ້າ, ເຂົ້າຮ່ວມສໍາມະນາ ແລະ ກິດຈະກໍາຕ່າງໆພາຍໃນງານ ເຊິ່ງງານດັ່ງກ່າວ ແມ່ນສາມາດເຮັດໃຫ້ຊາວຊ່າງຫັດຖະກໍາ ໂດຍສະເພາະແມ່ນເອື້ອຍນ້ອງແມ່ຍິງມີລາຍຮັບເປັນຈໍານວນຫຼາຍ.

อาจเป็นภาพระยะใกล้

ທັງນີ້ຈາກທີ່ຂະແໜງຫັດຖະກໍາເຕີບໃຫຍ່ ແລະ ສ້າງລາຍຮັບໃຫ້ກັບຊ່າງທັງຫຼາຍນັ້ນ ແຕ່ເມື່ອມາພົບກັບການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ຂະແໜງການນີ້ ໂດຍທ່ານ ນາງ ສຸວິຕາ ປະເສີດ ເຜີຍໃຫ້ຮູ້ວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ທຸກຂະແໜງວິສາຫະກິດ ໜຶ່ງໃນນັ້ນແມ່ນຂະແໜງຫັດຖະກໍາ ເປັນຕົ້ນແມ່ນ ບໍ່ມີລູກຄ້າເຂົ້າມາຊື້ເຄື່ອງຢູ່ໜ້າຮ້ານ, ລູກຄ້າອອນລາຍທັງພາຍໃນ ແລະຕ່າງປະເທດຢຸດເຊົາການສັ່ງຊື້ ເຮັດໃຫ້ຂາດລາຍໄດ້ ບາງຫົວໜ່ວຍທຸລະກິດຕ້ອງໄດ້ຫຼຸດຈໍານວນພະນັກງານລົງ ຂະນະທີ່ບາງຫົວໜ່ວຍທຸລະກິດດໍາເນີນຕໍ່ບໍ່ໄດ້ ກໍໄດ້ຢຸດເຊົາເນື່ອງຈາກບໍ່ມີລາຍຮັບ ບໍ່ສາມາດສະໜອງຄ່າແຮງງານໃຫ້ພະນັກງານໄດ້.

อาจเป็นรูปภาพของ เด็ก, กำลังนั่ง และกลางแจ้ง

ເພື່ອເຮັດໃຫ້ຂະແໜງຫັດຖະກຳ ສາມາດເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງຊາວຊ່າງຫັດຖະກໍາ ຕ້ອງໄດ້ປັບໂຕ ພັດທະນາຕົນເອງ ພັດທະນາຝີມື ພັດທະນາຜະລິດຕະພັນ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ;ສົ່ງເສີມໃຫ້ມີການຄົ້ນຄ້ວາແຫຼ່ງກໍາເນີດຂອງດວງດອກລວດລາຍ ສາມາດຢັ້ງຢືນໄກ້ແນ່ນອນວ່າເກີດມາຈາກຫົວຄິດປະດິດສ້າງ ແລະ ຝີມືຂອງຄົນລາວແທ້, ທ່ານ ນາງ ສຸວິຕາ ປະເສີດ.

อาจเป็นรูปภาพของ 1 คน และสถานที่ในร่ม

ເນື່ອງໃນວັນແມ່ຍິງສາກົນ 8 ມີນາ ນີ້ປະທານສະມາຄົມຫັດຖະກໍາລາວ ຍັງໄດ້ຝາກເຖິງເອື້ອຍນ້ອງແມ່ຍິງທຸກຖ້ວນໜ້າຂໍໃຫ້ທຸກຄົນຈົ່ງພ້ອມກັນບຸກໜ້າບືນຕົວ ພັດທະນາຕົນເອງຢ່າງຮອບດ້ານໄປຄຽງຄູ່ກັບເພດຊາຍ ເພື່ອພັດທະນາສ້າງສາປະເທດຊາດ ປະກອບສ່ວນເຂົ້າໃນການອະນຸຮັກຮີດຄອງປະເພນີການນຸ່ງຖື ແລະ ປະກອບສ່ວນຊົມໃຊ້ຜະລິດຕະພັນຫັດຖະກໍາລາວ.