ແຂວງຄຳມ່ວນ ມອບ-ຮັບໜ້າທີ່ຫົວໜ້າຫລາຍພະແນກການ

1119

ພິທີມອບ-ຮັບໜ້າທີ່ຫົວໜ້າພະແນກການ 07 ພາກສ່ວນພາຍໃນແຂວງຄໍາມ່ວນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 05 ມີນາ 2021 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ( ຫຼັກ 04 )

 

ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ , ໃນພິທີອັນມີຄວາມໝາຍສໍາຄັນນີ້ຍັງມີບັນດາທ່ານໃນຄະນະບໍລິຫານງານພັກແຂວງ , ຫົວໜ້າ,ຮອງຫົວໜ້າພະແນກການ ,ພະນັກງານວິຊາການຈາກ 07 ພາກສ່ວນ,ຕະຫຼອດເຖິງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .

ທ່ານ ນາງ ມຸນທາ ລັດຖະຈັກ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການສັບຊ້ອນພະນັກງານ-ລັດຖະກອນໃຫ້ໄປຮັບໜ້າທີ່ໃໝ່ .

 

ໃນນີ້ໄດ້ຕົກລົງແຕ່ງຕັ້ງທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ເຈົ້າເມືອງໆໜອງບົກໄປຮັບໜ້າທີ່ໃໝ່ເປັນຫົວໜ້າຄະນະຈັດຕັ້ງແຂວງແທນທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງ ຮັກສາການຫົວໜ້າຄະນະຈັດຕັ້ງແຂວງ ( ຜູ້ເກົ່າ ) ແມ່ນຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່ .

ຕົກລົງແຕ່ງຕັ້ງທ່ານ ຄໍາສອນ ອ້ວນທະວີ ຄະນະປະຈໍາພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄປຮັບໜ້າທີ່ໃໝ່ເປັນປະທານກວດກາພັກ – ລັດແຂວງແທນທ່ານ ຄໍາຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງ ( ຜູ້ເກົ່າ ) ທີ່ອອກພັກຜ່ອນຮັບອຸດໜູນບໍານານ .

 

ຕົກລົງແຕ່ງຕັ້ງທ່ານ ຄໍາໝັ້ນ ສໍປະເສີດ ກໍາມະການພັກແຂວງ ເຈົ້າເມືອງໆຄູນຄໍາໄປຮັບໜ້າທີ່ໃໝ່ເປັນຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ( ຜູ້ໃໝ່ ) ແທນທ່ານ ຄໍາສອນ ອ້ວນທະວີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່ .

ຕົກລົງແຕ່ງຕັ້ງທ່ານ ນາງ ອາລີ ບົວຈູມ ກໍາມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງໄປຮັບໜ້າທີ່ ໃໝ່ເປັນຫົວໜ້າພະແນກພາຍໃນແຂວງ ( ຜູ້ໃໝ່ ) ແທນທ່ານ ແກ້ວວິໄລ ໄຊຍະບຸດ ຫົວໜ້າພະແນກພາຍໃນແຂວງທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່ເປັນເຈົ້າເມືອງໆຄູນຄໍາ .

 

ຕົກລົງແຕ່ງຕັ້ງທ່ານ ນາງ ກຽນຕາ ວັນມະນາ ຮອງປະທານສະຫະພັນແມ່ຍິງແຂວງຂຶ້ນເປັນປະທານສະຫະ ພັນແມ່ຍິງແຂວງ ( ຜູ້ໃໝ່ ) ແທນທ່ານ ນາງ ອາລີ ບົວຈູມ ປະທານສະຫະພັນແມ່ຍິງແຂວງ ( ຜູ້ເກົ່າ ) ທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່ເປັນຫົວໜ້າພະແນກພາຍໃນແຂວງ .

ຕົກລົງແຕ່ງຕັ້ງທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງໄປຮັບໜ້າທີ່ໃໝ່ເປັນຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງແທນທ່ານ ນາງ ອານົງໄຊ ສັງທອງເພັດ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ ( ຜູ້ເກົ່າ ) ທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການປົກຄອງແຂວງ .

 

ຕົກລົງແຕ່ງຕັ້ງທ່ານ ສົມພົງ ວັນໄພທອງ ຄະນະປະຈໍາພັກແຂວງ ຮອງປະທານກວດກາພັກ – ລັດແຂວງໄປຮັບໜ້າທີ່ໃໝ່ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງແທນທ່ານ ແກ້ວວັນໄຊ ສຸກແສນທອງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ( ຜູ້ເກົ່າ ) ທີ່ຖືກແຕ່ງຕັ້ງໄປຮັບໜ້າທີ່ໃໝ່ .