ເປີດເທສະການປຶ້ມອ່ານ ສົ່ງເສີມຄວາມຮູ້ ສູ່ປັນຍາ ມີຫຼາຍກວ່າ 30 ຮ້ານເຂົ້າຮ່ວມ

378

ເທສະການປຶ້ມອ່ານ ໄຂຂຶ້ນວັນທີ 4 ມີນາ 2021 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໂດຍການເຂົ້າຮ່ວມເປີດງານຂອງ ທ່ານ ປອ. ນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີ ຄະນະອັກສອນສາດ, ທ່ານ ສົມໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ, ທ່ານ ນາງ ດວງມາລາ ພົມມະວົງ ຜູ້ອຳນວຍການ ບໍລິສັດ ໂມນີເມັນ, ພ້ອມດ້ວຍຄູ – ອາຈານ, ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ສົມໄໝ ພົມມະຈັນ ເຈົ້າຂອງຮ້ານປຶ້ມດີບຸກ ທັງເປັນຜູ້ຮັບຜິດຊອບຈັດງານເທສະການປຶ້ມອ່ານປີ 2021 ກ່າວວ່າ: ການຈັດງານເທສະການປຶ້ມ ( Book Festival 2021 ) ໃນຄັ້ງນີ້ ແມ່ນເພື່ອເປັນທາງເລືອກຂອງນັກອ່ານທີ່ຈະໄດ້ຄົ້ນຫາປຶ້ມທີ່ມັກ, ປຶ້ມບາງເຫຼັ້ມ, ປຶ້ມບາງຫົວ, ຄຳບາງຄຳ ອາດຈະປ່ຽນວິທີຄິດ, ປ່ຽນຊີວິດຂອງທ່ານໄດ້. ສະນັ້ນ, ເມື່ອເຮົາອ່ານປຶ້ມຫົວໃດກໍເໝືອນກັບວ່າເຮົາໄດ້ສົນທະນາກັບນັກຂຽນ, ປຶ້ມປຽບເໝືອນເພື່ອນທີ່ໄປກັບເຮົາໄດ້ຕະຫຼອດ, ປຽບເໝືອນທີ່ປຶກສາທີ່ເຂົ້າເຖິງໄດ້ງ່າຍທີ່ສຸດ, ປຶ້ມລາວກໍບໍ່ໄດ້ໜ້ອຍໜ້າປະເທດໃດໃນໂລກ ເພາະປຶ້ມລາວຫຼາຍເຫຼັ້ມຖືກແປເປັນພາສາຕ່າງປະເທດ ແລະ ຄົນຕ່າງປະເທດ ກໍໄດ້ສັ່ງຊື້ປຶ້ມລາວບໍ່ໜ້ອຍ, ການຈັດງານເທສະການປຶ້ມຖືເປັນພາລະກິດໜຶ່ງທີ່ສຳຄັນ ທ່າມກາງເທສະການຕ່າງໆຫຼາກຫຼາຍໃນປັດຈຸບັນ ຈະຕ້ອງໄດ້ມີການຮ່ວມມືເພື່ອໃຫ້ມີຂຶ້ນທຸກປີ. ເທສະການປຶ້ມອ່ານປີນີ້ ມີຮ້ານປຶ້ມເຂົ້າຮ່ວມວາງສະແດງ 34 ຮ້ານ ໂດຍງານຈະຈັດຂຶ້ນເປັນເວລາ 3 ວັນ ລະຫວ່າງວັນທີ 4 – 6 ມີນາ 2021 ນັບແຕ່ເວລາ 8:00 – 20:00 ໂມງ ທີ່ສະໂມສອນໃຫຍ່ ມຊ.

อาจเป็นรูปภาพของ 7 คน, ผู้คนกำลังยืน, หนังสือ และสถานที่ในร่ม

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ທ່ານ ປອ. ນາງ ທອງມາລາ ໂພສີຄຳ ກ່າວວ່າ: ໃນການຈັດງານໃນຄັ້ງນີ້ແມ່ນເພື່ອເປັນບ່ອນອີງໃຫ້ແກ່ການອ່ານ ແລະ ການຂຽນໃຫ້ແກ່ນ້ອງນ້ອຍອະນຸຊົນ, ເຍົາວະຊົນ, ຊາວໜຸ່ມໃຫ້ເຂົາເຈົ້າໄດ້ເຕີບໃຫຍ່ໄປພ້ອມກັບຄວາມຮູ້ທີ່ ກວ້າງຂວາງ, ມີຄວາມຮູ້, ຄວາມສາມາດທຽບເທົ່າກັບພາກພື້ນ ແລະ ສາກົນ. ເທສະການປຶ້ມອ່ານເປັນກິດຈະກຳສົ່ງເສີມການອ່ານທີ່ກວ້າງ ຂວາງ, ສົ່ງເສີມທຸກເພດໄວໃນການພັດທະນາຕົນເອງຈາກການອ່ານ ເພື່ອເຮັດໃຫ້ຄົນລາວເປັນຄົນທີ່ມັກອ່ານໃຫ້ນັບມື້ຫຼາຍຂຶ້ນ, ການອ່ານຈະຊ່ວຍໃຫ້ມີຄວາມຮູ້, ຄວາມສາມາດໄຫວພິບ ເພາະການອ່ານຄືຮາກຖານສຳຄັນຂອງຄວາມສຳເລັດ.

อาจเป็นรูปภาพของ 6 คน และผู้คนกำลังยืน

ນາງ ນ້ຳຝົນ ເພັງທະມາດ ນັກສຶກສາປີ 3 ພາກວິຊາພາສາອັງກິດ, ຄະນະອັກສອນສາດ ທີ່ເຂົ້າຮ່ວມງານກ່າວວ່າ: ການຈັດງານມີຄວາມສຳຄັນຕໍ່ການສົ່ງເສີມການອ່ານ ແລະ ການຮຽນຮູ້ຂອງນັກຮຽນ – ນັກສຶກສາໃຫ້ມີຄວາມຮັກມັກໃນການອ່ານຫຼາຍຂຶ້ນ ທັງຊ່ວຍໃຫ້ເຮົາມີຄວາມຮູ້ ແລະ ທັກສະຈາກການອ່ານປຶ້ມ.

อาจเป็นรูปภาพของ 1 คน และกำลังยืน

ຕະຫຼອດໄລຍະ 3 ວັນ ຂອງການຈັດເທສະການປຶ້ມອ່ານຈະມີເວທີສະແດງຜົນງານ, ມີການບັນຍາຍ – ເສວະນາໃຫ້ຄວາມຮູ້ແກ່ບັນດານັກສຶກສາ ແລະ ຜູ້ເຂົ້າຮ່ວມງານ ເຊັ່ນ: ກິດຈະກຳການອ່ານ, ການຂຽນ, ການຮຽນຮູ້ສູ່ຜົນສຳເລັດ, ຮຽນແນວໃດຈົບໄປໄດ້ວຽກ, ປະສົບການ 40 ປີ ໃນການຂຽນກະວີ ແລະ ເລື່ອງສັ້ນ, ການເສວະນາປະຫວັດສາດຊົນຊາດລາວ 5.000 ປີ ແລະ ການຫຼິ້ນກິດຈະກຳ ( ຟ້ອນ, ຮ້ອງເພງ ແລະ ສະແດງລະຄອນ ). ນອກຈາກນີ້, ຍັງມີການເປີດໂຕປຶ້ມໃໝ່ ແລະ ທັງເປັນການເປີດໂອກາດໃຫ້ບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ໄດ້ວາງສະແດງຜົນງານ ໂດຍສະເພາະແມ່ນຮ້ານປຶ້ມ, ສຳນັກພິມ, ວາລະສານຕ່າງໆໄດ້ຈຳໜ່າຍສິນຄ້າຂອງຕົນອີກດ້ວຍ.