ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ອີທີເເອວ ຈໍາກັດ ລົງນາມຮ່ວມມືດ້ານໂທລະຄົມມະນາຄົມ

363

ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດ ອີທີເເອວ ຈໍາກັດ (ETL) ໄດ້ຕົກລົງຮ່ວມມືເພື່ອສຶກສາຄວາມເປັນໄປໄດ້ ການຮ່ວມມືທຸລະກິດສອງຝ່າຍດ້ານໂທລະຄົມມະນາຄົມ ເພື່ອກ້າວໄປເຖິງການຮ່ວມມືໃນການໃຫ້ບໍລິການດ້ານໂທລະຄົມລະຫວ່າງສອງຝ່າຍ.

ໃນວັນທີ 03 ມີນາ 2021 ຢູ່ສໍານັກງານໃຫຍ່ ບໍລິສັດ ອີທີແອວ ຈໍາກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົົ້າໃຈ MOU ການຮ່ວມມື ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ອີທີເເອວ ຈໍາກັດ ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສະກິດໄຟຟ້າລາວ ແລະ ທ່ານ ຮວງ ສູຢູນ (Huang Shuyun) ຜູ້ອໍານວຍການໃຫຍ່ ບໍລິສັດ ອີທີແອວ ຈຳກັດ.

ເນື້ອໃນຫຼັກໃນການຮ່ວມມືແມ່ນການນໍາໃຊ້ສາຍໄຍແກ້ວ (OPGW Fiber Optic Cable) ຂອງ ຟຟລ ທີີ່ມີຢູ່ໃນປັດຈຸບັນ ເຂົົ້າໃນການດໍາເນີນທຸລະກິດ, ບໍລິການດ້ານໂທລະຄົມ ເພືີ່ອດຶງດູດເອົາລູກຄ້າທັງພາຍໃນ ແລະ ຈາກປະເທດອ້ອມຂ້າງ ໃຫ້ມານໍາໃຊ້ສາຍສົ່ງ (OPGW Fiber Optic Cable) ຂອງ ຟຟລ ໃຫ້ເກີດຜົນປະໂຫຍດສູງສຸດ.

ພ້ອມກັນນັ້ນ ຍັງຄົົ້ນຄວ້າ ແລະ ຈັດສັນ ການເກາະຫ້ອຍສາຍຕາມເສົາໄຟຟ້າ ຂອງ ບັນດາບໍລິສັດ ໂທລະຄົມຕ່າງໆ ໃຫ້ມີຄວາມເປັນລະບຽບ ຈົບງາມ ແລະ ສຶກສາຜະລິດຕະພັນ ອຸປະກອນທີີ່ສາມາດນໍາໃຊ້ດຶງຂໍ້ມູນຈາກໝໍ້ນັບໄຟ ແລະ ຄົົ້ນຄວ້າ Package internet ຮູບແບບພິເສດ ທີີ່ໃຊ້ບໍລິການໝໍ້ນັບໄຟແບບທັນສະໄໝ (Smart Meter) ຂອງລູກຄ້າຂະໜາດກາງ ແລະ ຂະໜາດໃຫຍ່ ແລະ Package Net-Sim ສໍາລັບໃຊ້ກັບອົງກອນ.

ທີ່ມາ:ລັດວິສາຫະກິດໄຟຟ້າລາວ EDL