ອັດຕາເດັກເກີດໃໝ່ຢູ່ ສ. ເກົາຫຼີຕ່ຳສຸດໃນໂລກ

207
Pedestrians wearing face masks cross the road in central Seoul on June 23, 2020. - South Korea reported 46 new coronavirus cases on June 23 after health authorities declared the country was battling a second wave of infections that had been circulating for weeks. (Photo by Jung Yeon-je / AFP)

ສຳນັກຂ່າວຣອຍເຕີລາຍງານໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງ ສາທາລະນະລັດເກົາຫຼີໃຫ້ຮູ້ວ່າ: ອັດຕາເດັກເກີດໃໝ່ຢູ່ ສ. ເກົາຫຼີຫຼຸດລົງສູ່ລະດັບ 0,84% ໃນປີ 2020, ຈາກສະຖິຕິຕ່ຳສຸດ 0,92% ໃນປີ 2019.


ລາຍາງນລະບຸວ່າ: ໃນນະຄອນຫຼວງເຊອູລ ມີສະຖິຕິຕໍ່າທີ່ສຸດ ເມື່ອທຽບໃສ່ຄ່າສະເລ່ຍໃນທົ່ວປະເທດ ເຊິ່ງໃນນະຄອນຫຼວງແຫ່ງນີ້ ມີອັດຕາການເກີດພຽງແຕ່ 0,64%.


ອັດຕາການເກີດດັ່ງກ່າວຖືວ່າຕ່ຳທີ່ສຸດເມື່ອທຽບກັບ 180 ປະເທດໃນໂລກທີ່ເປັນສະຊິກຂອງທະນາຄານໂລກ ແລະ ຕ່ຳກວ່າຄ່າສະເລ່ຍຂອງສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ເຊິ່ງທັງສອງປະເທດນີ້ຢູ່ທີ່ 1,73% ແລະ 1,42% ຕາມລຳດັບ.


ຈຳນວນປະຊາກອນຂອງສາທາລະນະລັດເກົາຫຼີຫຼຸດລົງຢ່າງໜ້າຕົກໃຈນັບແຕ່ປີຜ່ານມາ, ໃນຂະນະທີ່ຈຳນວນປະຊາກອນຜູ້ອາຍຸສູງເພີ່ມຂຶ້ນໄວທີ່ສຸດໃນ 36 ປະເທດທີ່ເປັນສະມາຊິກຂອງອົງການເພື່ອການຮ່ວມມື ແລະ ການພັດທະນາດ້ານເສດຖະກິດ (OECD), ລັດຖະບານ ສ. ເກົາຫຼີໄດ້ພະຍາຍາມປຸກລະດົມທົ່ວສັງຄົມໃຫ້ອັດຕາການເກີດເພີ່ມຂຶ້ນ ໂດຍລັດຖະບານໄດ້ມີນະໂຍບາຍຊ່ວຍເຫຼືອສຳລັບຄອບຄົວທີ່ມີເດັກເກີດໃໝ່ໃນຫຼາຍຮູບການ ແຕ່ກໍບໍ່ເປັນຜົນ.