ອີກບັນຍາກາດ! ທ່ານຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ໄປໃຊ້ສິດປ່ອນບັດ ທີ່ບ້ານພະຂາວ

192

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2021 ປະຊາຊົນບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ພ້ອມໃຈກັນອອກໄປໃຊ້ສິດປະຊາທິປະໄຕຂອງຕົນເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ+ນະຄອນຫຼວງ ຊຸດທີ II ຢ່າງເປັນຂະບວນຟົດຟື້ນ ພ້ອມທັງມີການນໍາຂັ້ນສູງຮ່ວມໃຊ້ສິດປ່ອນບັດນໍາ.

ຂະນະທີ່ ໜ່ວຍ 4 ບ້ານພະຂາວ ຈັດຕັ້ງສະຖານທີ່ປ່ອນບັດຢູ່ວັດບ້ານພະຂາວ ໂດຍມີ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍພັນລະຍາ, ທ່ານ ປອ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ພ້ອມດ້ວນພັນລະຍາ ແລະ ປະຊາຊົນ ໃນຫນ່ວຍນີ້ ໄດ້ໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ ຊຸດທີ II (ສສຊ-ສສຂ).

ສໍາລັບ ບ້ານພະຂາວ ມີປະຊາກອນທັງໝົດ 6.096 ຄົນ, ຍິງ 3.086 ຄົນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 2.680 ຄົນ ຍິງ 1.459 ຄົນ, ໂດຍແບ່ງອອກເປັນ 4 ໜ່ວຍເລືອກຕັ້ງ. ໜ່ວຍເລືອກຕັ້ງທີ 1 ມີຜູ້ປ່ອນບັດເລືອກຕັ້ງ 578 ຄົນ, ຍິງ 337 ຄົນ ; ໜ່ວຍທີ 2 ມີ 552 ຄົນ, ຍິງ 291 ຄົນ; ໜ່ວຍທີ 3 ມີ 738 ຄົນ, ຍິງ 392 ຄົນ; ໜ່ວຍທີ 4 ມີ 803 ຄົນ, ຍິງ 439 ຄົນ.
ຂ່າວ-ພາບ: ແສງເພັດ ແຊ່ຈ່າວ