ອອນປີຍາ ຜູ້ອຳນວຍ ຫລື ນ້ອງອອນ ມາໃນຊຸດອາໝວຍງາມເດັ່ນສະດຸດຕາ

389

ສະບາຍດີ ມື້ນີ້ແອັດມິນ ຈະພາມາຮູ້ຈັກກັບອີກໜຶ່ງສາວງາມຈາກແດນຈຳປາສັກ ຜູ້ທີ່ມີຜົນງານໃນການຖ່າຍແບບ ມາຈຳນວນບໍ່ໜ້ອຍ ເຊິ່ງແຕ່ລະຄັ້ງທີ່ຖ່າຍແມ່ນໄດ້ສຽງຕອບຮັບຈາກແຟນໆໃນໂລກອອນລາຍຢ່າງຫຼວງຫຼາຍ.

ເນື່ອງໃນໂອກາດບຸນປີໃໝ່ຂອງຊາວຈີນ ແລະ ຫວຽດນາມໃກ້ຈະມາຮອດ ນ້ອງອອນປີຍາ ກໍໄດ້ຮັບໂອກາດໃນການເປັນແບບໃຫ້ບັນດາຊ່າງພາບ ເພື່ອຖ່າຍທອດຄວາມງົດງາມອອກມາໃຫ້ແຟນໆໄດ້ເບິ່ງ ໄດ້ຊົມກັນ

ປັດຈຸບັນນ້ອງອອນ ອາຍຸ20 ປີ, ຢູ່ບ້ານພູມ່ວງ ນະຄອນປາກເຊ ແຂວງຈຳປາສັກ; ຜົນງານທີ່ຜ່ານມາມີງານເດີນແບບ ແລະ ຖ່າຍແບບມາກ່ອນ(ເປັນນາງສາວຖືປ້າຍໃຫ້ແກ່ໂຮງຮຽນແຮັກມານໄມເນີມາ 3ປີຊ້ອນ)

ຫຼ້າສຸດຄະນະເສດຖະສາດ ແລະ ການຄຸ້ມຄອງ ມະຫາວິທະຍາໄລຈຳປາສັກ ໄດ້ຈັດກິດຈະກຳເປີດຕະຫຼາດນັດ ແລະ ແຂ່ງຂັນສິລະປະຂຶ້ນ ລະຫວ່າງວັນທີ22-25 ທັນວາ 2020 ຜ່ານມາ ທີ່ສະໂມສອນ ມະຫາວິທະຍາໄລຈຳປາສັກ. ສຳລັບການແຂ່ງສິລິປະກໍມີຫຼາຍປະເພດເຊັ່ນ: ປະເພດພິທີກອນ, ປະເພດບົດເພງສະຕິງ, ປະເພດເພງລູກທົ່ງ.  ອອນປີຍາ ກໍຄວ້າລາງວັນຊະນະເລີດໄປຄອງປະເພດພິທີກອນ

ສ່ວນເຄັດລັບໃນການຮັກສາສຸຂະພາບ ອອນປີຍາກ່າວວ່າ: ນ້ອງເປັນຄົນທີ່ພັກຜ່ອນໃຫ້ພຽງພໍແລະນອນໃຫ້ກົງເວລາກິນນໍ້າຫຼາຍ ສ່ວນຄວາມງາມນ້ອງກໍໝັ່ນຮັກສາຂັດຜິວແລະບຳລຸງເປັນປະຈຳ.

.

ເວລາວ່າງມັກເຮັດກິດຈະກຳຫຼີ້ນກິລາເຊັ່ນ:ຕີດອກປີກໄກ່ຕີ,ຕີບານສົ່ງແລະລອຍນໍ້າ

ອອນປີຍາ ຍັງກ່າວເຖິງເປົ້າໝາຍໃນຊີວິດວ່າຈະພະຍາຍາມຮຽນຮູ້ຝຶກຝົນ ແລະ ເກັບກ່ຽວປະສົບການເພື່ອຜັນຕົວເຂົ້າສູ່ເວທີນາງງາມ

ກໍມາລຸ້ນນຳກັນວ່າປີ2021 ຈະເຫັນນ້ອງອອນປີຍາ ສາວງາມຈາກດິນແດນແຂວງຈຳປາສັກຄົນນີ້ ປະກົດກາຍໃນເວທີປະກວດໃດ?  ຍ່າລື່ມຕິດຕາມເຊຍ ແລະ ຊົມຜົນງານຂອງນ້ອງໄດ້ທີ່ເພສບຸກ Onpiya Phouamnouy

.

ຂອບໃຈພາບງາມຈາກ:Tam Photo