ໂຮງງານເຫຼັກຄໍາຮຸ່ງ ຈັບໂອກາດເພື່ອໄດ້ປຽບດ້ານວັດຖຸດິບ ຂະຫຍາຍໂຮງງານເພື່ອຜະລິດສົ່ງອອກ

616

ໂຮງງານເຫຼັກຄໍາຮຸ່ງຈັບໂອກາດເພື່ອຄວາມໄດ້ປຽບດ້ານວັດຖຸດິບ ຂະຫຍາຍໂຮງງານເພື່ອຜະລິດສົ່ງອອກ.

ໂຮງງານຄໍາຮຸ່ງ ໄຊຈະເລີນ ອຸດສາຫະກຳເຫຼັກ ຈໍາກັດ ນອກຈາກເບິ່ງຕະຫຼາດພາຍໃນແລ້ວ ຍັງຈັບທ່າແຮງໄດ້ປຽບຈາກລາຄາວັດຖຸດິບ ແລະ ຕົ້ນທຶນຄ່າຂົນສົ່ງທີ່ຖືກລົງ ໂດຍຫວັງຕັ້ງເປົ້າຂະຫຍາຍຕະຫຼາດໄປຕ່າງປະເທດ.

ທ່ານ ຄໍາຮຸ່ງ ໄຊຈະເລີນ ອໍານວຍການໂຮງງານ ຄໍາຮຸ່ງ ໄຊຈະເລີນ ອຸດສາຫະກຳເຫຼັກ ຈໍາກັດ ກ່າວວ່າ: ໂຮງງານຜະລິດເຫຼັກຄໍາຮຸ່ງ ສ້າງຕັ້ງໃນປີ 2007 ທຶນໃນເບື້ອງຕົ້ນ 1 ລ້ານໂດລາສະຫະລັດ ການຜະລິດເດືອນໜຶ່ງ 300 ໂຕນ, ມາຮອດປັດຈຸບັນເພີ່ມທຶນຂຶ້ນເປັນ 20 ລ້ານໂດລາສະຫະລັດ ແລະ ເພີ່ມການຜະລິດ 3 ພັນໂຕນຕໍ່ເດືອນ ເຊິ່ງການຜະລິດມີທ່າອ່ຽງເພີ່ມຂຶ້ນທຸກໆປີ, ການຜະລິດສົ່ງອອກໄປປະເທດໄທ ສະເລ່ຍ 400 – 500 ໂຕນຕໍ່ເດືອນ, ມີຄວາມຕ້ອງການເພີ່ມຂຶ້ນເຖິງ 10 ພັນໂຕນຕໍ່ເດືອນ.

อาจเป็นรูปภาพของ 1 คน และสถานที่ในร่ม

ທ່ານກ່າວວ່າ: ຈຸດໜຶ່ງທີ່ເຮັດໃຫ້ລູກຄ້າຂອງໂຮງງານເຫຼັກຄໍາຮຸ່ງເພີ່ມຂຶ້ນ ແລະ ມີຄວາມນິຍົມສູງ ເນື່ອງຈາກເຫຼັກທີ່ຜະລິດມີຄຸນນະພາບ ຜະລິດຈາກໂຮງງານມາດຕະຖານ ແລະ ທີ່ສໍາຄັນແຫຼ່ງທີ່ມາຂອງວັດຖຸດິບແມ່ນຈາກປະເທດຍີ່ປຸ່ນ ແລະ ປະເທດອິນເດຍ ເຊິ່ງການສັ່ງຊື້ວັດຖຸດິບແມ່ນໄດ້ອາໄສປະສົບການກວ່າ 20 ປີ ມາວິເຄາະ ແລະ ຈັບທິດທາງລາຄາເຫຼັກໃນຕະຫຼາດໂລກ ໂດຍສັ່ງຊື້ເຫຼັກໃນຈັງຫວະລາຄາໃນຕະຫຼາດໂລກຕໍ່າລົງ ຫຼີກລຽງການສັ່ງຊື້ເຫຼັກໃນຈັງຫວະລາຄາເຫຼັກປັບຂຶ້ນ ( ສະເລ່ຍລາຄາເຫຼັກໃນຕະຫຼາດໂລກຕໍ່າສຸດ ໂຕນລະ 500 ໂດລາສະຫະລັດ ແລະ ສູງສຸດ ໂຕນລະ 800 ໂດລາສະຫະລັດ ).

อาจเป็นรูปภาพของ กลางแจ้ง

ທ່ານກ່າວວ່າ: ອີກສິ່ງໜຶ່ງທີ່ສໍາຄັນແມ່ນການບໍລິຫານ ຄວາມສ່ຽງຈາກອັດຕາແລກປ່ຽນທີ່ເໜັງຕີງໃນແຕ່ລະວັນ ເນື່ອງຈາກຊື້ວັດຖຸດິບເປັນເງິນຕາມາແປຮູບ ແລະ ຂາຍເປັນເງິນກີບໃນຂອດດັ່ງກ່າວໂຮງງານກໍປະສົບບັນຫາຄືກັບທຸລະກິດຂະແໜງການອື່ນ ແຕ່ການຈັດການຂອງໂຮງງານແມ່ນການນໍາເງິນທີ່ຂາຍໄດ້ໃນແຕ່ລະວັນນັ້ນໄປແລກປ່ຽນເງິນຕາຢູ່ທະນາຄານໃນມື້ນັ້ນເລີຍ ແລ້ວເອົາເງິນເຂົ້າທະນາຄານໄວ້.

ไม่มีคำอธิบายรูปภาพ

ສ່ວນແຜນໃນປີ 2021 ໂຮງງານເຫຼັກຄໍາຮຸ່ງ ກໍຈະເປີດໃຫ້ບໍລິການໂຮງງານຫຼັງໃໝ່ ເຊິ່ງທຸ່ມເງິນໄປກວ່າ 8 ລ້ານໂດລາສະຫະລັດໃນການຊື້ສະຖານທີ່, ເຄື່ອງຈັກ ແລະ ຕັ້ງໂຮງງານ. ປັດຈຸບັນໂຮງງານຄືບໜ້າ 90% ຍັງແຕ່ລໍຖ້າເຄື່ອງຈັກ ແລະ ວິຊາການເຂົ້າມາຕິດຕັ້ງ ເຊິ່ງບໍລິສັດກໍພ້ອມທຸ່ມເງິນໝູນວຽນ ເພື່ອຊື້ວັດຖຸດິບມາປຸງແຕ່ງສົ່ງອອກຕ່າງປະເທດ.