ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກເປັນເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ອີກສະໄໝ

426

ກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ, ຜູ້ແທນສົມບູນຈຳນວນ 1.587 ສະຫາຍ ໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII ລວມມີ 200 ສະຫາຍ. ໃນນັ້ນກໍາມະການສົມບູນສູນກາງພັກ 180 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ 20 ສະຫາຍ.


ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ເລືອກຕັ້ງເອົາກົມການເມືອງສູນກາງພັກ, ເລຂາທິການໃຫຍ່, ຄະນະເລຂາທິການສູນກາງພັກ, ປະທານ ແລະ ຮອງປະທານຄະນະກວດກາສູນກາງພັກ.

ສະຫາຍ ຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ ປະທານປະເທດ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກ 1 ສະໄໝ.