ນາຍົກລັດຖະມົນຕີ ເນັ້ນກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ

162

ຂປລ. ໃນຕອນບ່າຍຂອງວັນທີ 28 ມັງກອນ 2021 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2020 ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫລາຍດ້ານ ຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ.

ແຕ່ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ສັງເກດເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ພິຈາລະນາປັບປຸງແກ້ໄຂ ເປັນຕົ້ນ ແຫລ່ງຂໍ້ມູນໂຄງປະກອບກຳລັງແຮງງານ ຕາມຂະແໜງການເສດຖະກິດ ແລະ ຂໍ້ມູນຂ່າວສານຕະຫລາດແຮງງານ ຍັງບໍ່ມີຄວາມຊັດເຈນ; ການດັດສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນການພັດທະນາສີມືແຮງງານ ຕາມຂະແໜງ ການເສດຖະກິດຍັງບໍ່ທັນກົມກຽວກັນ; ພື້ນຖານໂຄງລ່າງ, ອຸປະກອນການພັດທະນາສີມືແຮງງານ ແລະ ມາດຕະຖານສີມືແຮງງານລະດັບຕ່າງໆຍັງມີຈຳກັດ ແລະ ບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ; ການສົ່ງເສີມການຈັດຫາງານ ແລະ ການເຂົ້າເຖິງການບໍລິການຈັດຫາງານໃນລະບົບຍັງບໍ່ທັນເຂັ້ມແຂງ, ແຮງງານທີ່ເຮັດວຽກເພື່ອການຊົມ ໃຊ້ໃນຄົວເຮືອນທີ່ບໍ່ມີລາຍຮັບ ຫລື ຜົນກໍາໄລຍັງມີຫລາຍ, ການຂາດແຄນແຮງງານໃນທ້ອງຖິ່ນ ແລະ ໂຄງການລົງທຶນ ຍັງມີລັກສະນະແຜ່ຫລາຍ, ອັດຕາການຫວ່າງງານມີທ່ວງທ່າເພີ່ມຂຶ້ນ. ບັນຫາທີ່ດັ່ງກ່າວມານັ້ນ, ແມ່ນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕົ້ນຕໍ ທີ່ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ, ວາງມາດຕະການ ແລະ ຊອກຫາວິທີທາງໃນການແກ້ໄຂຢ່າງຈິງຈັງ ເພື່ອເຮັດໃຫ້ການພັດທະນາວຽກແຮງງານ ແລະ ສະຫວັດດີການສັງຄົມ ມີປະສິດທິຜົນເພີ່ມຂຶ້ນ.


ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ບັນດາຄະນະນໍາ ແລະ ພະນັກງານຫລັກແຫລ່ງ ຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂບາງບັນຫາ ເຊັ່ນ: ສືບຕໍ່ພັດທະນາກໍາລັງແຮງງານ ໃຫ້ມີຄຸນນະພາບ ກາຍເປັນກໍາລັງການຜະລິດຕົ້ນຕໍ ໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໂດຍສຸມໃສ່ພັດທະນາກໍາລັງແຮງງານໃຫ້ມີສີມື, ມີຄວາມຫລາກຫລາຍວິຊາຊີບ, ມີຄວາມຊໍານານງານ, ມີລະບຽບວິໄນ, ມີວຽກເຮັດງານທໍາທີ່ໝັ້ນທ່ຽງ ແລະ ມີລາຍໄດ້ສູງຂຶ້ນ.

ນອກຈາກນີ້, ຕ້ອງພັດທະນາລະບົບປົກປ້ອງສັງຄົມໃຫ້ມີຄວາມເຂັ້ມແຂງ ເພື່ອໃຫ້ສາມາດ ບໍລິການຕໍ່ປະຊາຊົນທີ່ດ້ອຍໂອກາດ, ພະນັກງານທີ່ມີຜົນງານໃນພາລະກິດປະຕິວັດ, ຜູ້ອອກແຮງງານພາກວິສາຫະກິດ ແລະ ຜູ້ປະກອບອາຊີບສ່ວນບຸກຄົນ ທີ່ມີປະສິດທິຜົນ. ປັບປຸງການຄຸ້ມຄອງບໍລິຫານວຽກແຮງງານ ແລະ ສະຫວັດດີການສັງຄົມ ຕາມທິດຄຸ້ມຄອງຂະແໜງການ ດ້ວຍກົດໝາຍ ແລະ ລະບຽບການ ໃຫ້ມີຄວາມສັກສິດ ໂດຍສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເພື່ອເປັນເຄື່ອງມື ໃນການບໍລິຫານວຽກດັ່ງກ່າວ ໃຫ້ມີຄວາມສັກສິດ; ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ສ້າງແຜນຍຸດທະສາດ ໃນການວາງແຜນພັດທະນາວຽກແຮງງານ ແລະ ສະຫວັດດີການສັງຄົມ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວກັນ ແລະ ມີຄວາມຄ່ອງຕົວກວ່າເກົ່າ.


ພ້ອມນີ້, ໃຫ້ສືບຕໍ່ປັບປຸງການຈັດຕັ້ງ ຂອງຂະແໜງການແຮງງານ ແລະ ສະຫວັດດີການສັງ ຄົມໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຕອບສະໜອງກັບຄວາມຕ້ອງການຂອງໜ້າທີ່ວຽກງານ, ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ຫົວຄິດປະດິດຄິດສ້າງ ດ້ານວິຊາການຂອງພະນັກງານ-ລັດຖະ ກອນ ເພື່ອສ້າງຂີດຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານ ໃຫ້ມີປະສິດທິຜົນກ່ວາເກົ່າ, ພ້ອມຕິດຕາມ ແລະ ກວດກາ ການບໍລິຫານວຽກແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ໃຫ້ມີຄວາມໂປ່ງໃສ.