Moodbeam ສາຍຮັດຂໍ້ມືທີ່ຈະເຮັດໃຫ້ ຜູ້ບໍລິຫານຮັບຮູ້ອາລົມໄດ້

165

Moodbeam ມີໜ້າຕາຄ້າຍສາຍຮັດຂໍ້ມືແບບຊິລິໂຄນ ( Silicone ) ທີ່ວາງຂາຍຕາມຕະຫຼາດໃນປັດຈຸບັນ ເຊິ່ງສາຍຮັດຂໍ້ມືເຫຼົ່ານັ້ນສ້າງມາເພື່ອວັດອັດຕາການເຕັ້ນຂອງຫົວໃຈ ເມື່ອອອກກຳລັງກາຍ ຫຼື ກວດສອບສະພາບຮ່າງກາຍ.

ແຕ່ສຳລັບສາຍຮັດຂໍ້ມື Moodbeam ເຮັດໜ້າທີ່ຕ່າງອອກໄປຈາກສາຍຮັດຂໍ້ມືແບບເກົ່າໆ ເພາະ Moodbeam ສ້າງມາເພື່ອໃຫ້ເຈົ້ານາຍ ຫຼື ຜູ້ບໍລິຫານ ສາມາດຕິດຕາມສະພາວະທາງອາລົມຂອງພະນັກງານໄດ້.

ສຳລັບຂັ້ນຕອນການ ໃຊ້ງານພຽງແຕ່ດາວ ໂຫຼດແອັບພລິເຄຊັນ Moodbeam ກໍສາມາດເຊື່ອມຕໍ່ໄດ້ທັນທີ ຫຼື ຈະໃຊ້ງານໃນເວັບໄຊກໍໄດ້ ໂດຍຫຼັກການເຮັດວຽກຄື ຈະມີປຸ່ມສອງປຸ່ມໃຫ້ກົດ ປຸ່ມໜຶ່ງສີເຫຼືອງ ອີກປຸ່ມສີຟ້າ ຖ້າຫາກພະນັກງານຮູ້ສຶກມີ ຄວາມສຸກໃຫ້ກົດສີເຫຼືອງ ແຕ່ຖ້າຮູ້ສຶກໂສກເສົ້າໃຫ້ກົດສີຟ້າ.

ໃນປັດຈຸບັນຫຼາຍໆອົງກອນໄດ້ໃຊ້ Moodbeam ເພື່ອເປັນຕົວຊ່ວຍໃນການຕິດຕາມສະພາວະອາລົມຂອງລູກຈ້າງ, ການໃຊ້ Moodbeam ເຮັດໃຫ້ຜູ້ບໍລິຫານສາມາດຮັບຮູ້ອາລົມຂອງພະນັກງານໄດ້ ໂດຍທີ່ບໍ່ຕ້ອງໂທຖາມ ຖືເປັນເຕັກໂນໂລຊີທີ່ສະດວກສະບາຍທັງຜູ້ບໍລິຫານ ແລະ ພະນັກງານ.
ນອກຈາກນີ້, ຜູ້ໃຊ້ຈະໄດ້ຮັບການແຈ້ງເຕືອນເມື່ອສິ້ນສຸດເວລາເຮັດສິ່ງນີ້ເປັນການກະຕຸ້ນ ເພື່ອໃຫ້ພວກເຂົາໄດ້ເຮັດກິດຈະກຳອື່ນໆຫຼາຍຂຶ້ນ ແລະ ຍັງສາມາດ to-do list ສຳລັບວັນຕໍ່ໄປ.