ຊັດເຈນ! ກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກແຊັງປ້ອງກັນໂຄວິດ-19 ແມ່ນຕາມນີ້ເລີຍ

262

ປັດຈຸບັນ ເຖິງແມ່ນວ່າ ວັກແຊັງປ້ອງກັນໂຄວິດ-19 ຈະເຂົ້າເຖິງ ສປປ ລາວ ແລ້ວ ແຕ່ດ້ວຍຈໍານວນວັກແຊັງທີ່ມີຈໍາກັດ ລັດຖະບານ ຈຶ່ງໄດ້ກໍານົດແຈ້ງບັນດາກຸ່ມເປົ້າໝາຍ ຫຼື ເງື່ອນໄຂຂອງປະຊາກອນຜູ້ທີ່ຈະໄດ້ຮັບວັກແຊັງ ໂດຍຈັດລຽງຕາມລະດັບຄວາມສ່ຽງສູງລົງມາຕາມລໍາດັບ.

ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມພິທີສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ແກ່ພະນັກງານແພດໝໍບຸກຄົນທີ່ເປັນກຸ່ມສ່ຽງສູງ ເມື່ອວັນທີ 27 ມັງກອນ 2021 ວ່າ: ການກໍານົດກຸ່ມເປົ້າໝາຍສັກຢາວັກແຊັງປ້ອງກັນໂຄວິດ-19 ນີ້ ມີຄື


1 ພະນັກງານແພດໝໍ

2 ກຸ່ມທີ່ເຮັດວຽກຢູ່ຕາມຈຸດຜ່ານແດນ, ບ່ອນເຂົ້າ-ອອກ ທັງດ່ານສາກົນ ແລະ ດ່ານທ້ອງຖິ່ນ

3 ກຸ່ມຄົນທີ່ມີອາຍຸສູງ 60ປີຂຶ້ນໄປ

4 ບຸກຄະລາກອນອື່ນໆທີ່ມີຄວາມສ່ຽງ ເຊັ່ນ ບັນດາກຸ່ມຄົນທີ່ຢູ່ຕາມໂຮງຈັກໂຮງງານ, ບ່ອນທີ່ຢູ່ນໍາກັນຫຼາຍຄົນ ຫຼື ໜາແໜ້ນ

5 ສໍາລັບປະຊາຊົນທົ່ວໄປ ທີ່ບໍ່ມີຄວາມສ່ຽງ ເຊັ່ນວ່າພໍ່ແມ່ປະຊາຊົນ ທີ່ຢູ່ບ່ອນຫ່າງໄກສອກຫຼີກ ບໍ່ມີການສັນຈອນໄປມາ ກໍ່ຈະໄດ້ຖືກພິຈາລະນາຮັບການສັກຢູ່ໃນບັ້ນທ້າຍ.

ສະຫຼຸບແລ້ວ ການສັກວັກແຊັງ ແມ່ນຕ້ອງໄດ້ພິຈາລະນາຕາມຄວາມສ່ຽງເປັນຕົ້ນຕໍ ເນື່ອງຈາກ ວັກແຊັງມີຈໍາກັດ ບໍ່ສາມາດຕອບສະໜອງຄວາມຕ້ອງການໃຫ້ພຽງພໍໄດ້.