ໄຟໄໝ້ສູນຜະລິດວັກແຊັງປ້ອງກັນໂຄວິດທີ່ ອິນເດຍ

210

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ເກີດເຫດໄຟໄໝ້ໃນພື້ນທີ່ຂອງສະຖາບັນເຊຣຸ່ມ ແຫ່ງອິນເດຍ ( Serum Institute of India ) ເຊິ່ງເປັນສະຖາບັນຜະລິດວັກແຊັງປ້ອງກັນໂຄວິດ – 19 ທີ່ໃຫຍ່ ທີ່ສຸດໃນໂລກ ທີ່ເມືອງປູເນ່ ແຂວງມະຫາຣາດຊຕະ ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແຕ່ໂຮງງານຜະລິດວັກແຊັງປ້ອງກັນໂຄວິດ – 19 ບໍ່ໄດ້ຮັບຄວາມເສຍຫາຍແຕ່ຢ່າງໃດ.

ລາຍງານລະບຸວ່າ: ສະຖາບັນເຊຣຸ່ມ ປັດຈຸບັນໄດ້ໃຊ້ເປັນບ່ອນຜະລິດວັກແຊັງປ້ອງກັນໂຄວິດ – 19 ທີ່ມີຊື່ວ່າ “ ໂຄວີຊີລ ” ( Covishield ) ຈຳນວນຫຼາຍລ້ານໂດສ ທີ່ພັດທະນາ ໂດຍບໍລິສັດແອສຕຣາເຊເນກາ ແລະ ມະຫາວິທະຍາໄລອັອກຟອດ, ເຈົ້າໜ້າທີ່ໃຊ້ເວລາບໍ່ດົນສາມາດຄວບຄຸມໄຟໄວ້ໄດ້ ແລະ ໂຮງງານຜະລິດວັກແຊັງປ້ອງກັນໂຄວິດບໍ່ໄດ້ຮັບຄວາມເສຍຫາຍແຕ່ຢ່າງໃດ.