ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ຂຶ້ນເປັນເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່

471

ພິທີ ມອບ-ຮັບໜ້າທີ ເລຂາພັກ, ເຈົ້ານະຄອນ-ຫຼວງພະບາງ ລະຫວ່າງ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2021  ຢູ່ສະໂມສອນໃຫຍ່ຂອງນະຄອນ-ຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ.

ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແຂວງ, ນະຄອນ ຕະຫຼອດຮອດອົງການຈັດຕັ້ງບ້ານ ທົ່ວນະຄອນ-ຫຼວງພະບາງເຂົ້າຮ່ວມ.

ໃນພິທີ ທ່ານ ຈັນສຸກ ພັນໂດລັດ ເລຂາຄະນະພັກ, ເຈົ້ານະຄອນ-ຫຼວງພະບາງ ຜູ້ເກົ່າ ໄດ້ຂືຶ້ນຜ່ານບົດສະຫຼຸບການຊີ້ນນໍາ-ນໍາພາວຽກງານຮອບດ້ານ ຕະຫຼອດໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ.

ຈາກນັ້ນ, ທ່ານ ຄຳຄອງ ພົມມະປັນຍາ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຕົກລົງເຫັນດີ ອານຸມັດໃຫ້ ທ່ານ ຈັນສຸກ ພັນໂດລັກ ອະດີດກຳມະການພັກແຂວງ ສະໄໝທີ 7 ເລຂາຄະນະພັກ ເຈົ້ານະຄອນ-ຫຼວງພະບາງ ພັກຜ່ອນລໍຖ້າຮັບອຸດໜູນບຳນານ ຕາມອາຍຸກະສຽນ ແລະຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງວ່າດ້ວຍການແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ກຳມະການປະຈຳພັກແຂວງ ເປັນເລຂາຄະນະພັກ, ເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່.

ຈາກນັ້ນ, ເລຂາຄະນະພັກ, ເຈົ້ານະຄອນ-ຫຼວງພະບາງ ຜູ້ເກົ່າ ແລະຜູ້ໃໝ່ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກ ມອບ-ຮັບໜ້າທີ່ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພະຍານ.

ເພື່ອເຮັດໃຫ້ພິທີຄັ້ງນີ້ມີຄວາມໝາຍສຳຄັນ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ມີຄໍາເຫັນເນັ້ນໜັກໃຫ້ເຈົ້ານະຄອນຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອທີ່ຜູ້ເກົ່າຍາດມາໄດ້ ແລະສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີການເມືອງ ໃຫ້ສູງຂຶ້ນ, ເປັນແບບຢ່າງນໍາໜ້າ ໃນການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ-ຄຸນສົມບັດ ສິນທຳປະຕິວັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປັບປຸງແບບແຜນນຳພາ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະແທດເໜາະກັບສະພາບຕົວຈິງ, ທັງເພີ່ມທະວີຄວາມສາມັກຄີພາຍໃນໝູູ່ຄະນະ ເພື່ອພັດທະນາວຽກງານຮອບດ້ານ ຂອງນະຄອນ ຫຼວງພະບາງໃຫ້ເຂັ້ມແຂງ ໜັກແໜ້ນຂື້ນເລືອຍໆ.

ຂ່າວ: ແຫຼ້ ສຸລີນພອນ